• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ

      ຕອນບ່າຍວັນທີ 13 ມິຖຸນາ, ທ່ານ ຫງວຽນງ້ອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຕອບຄຳຊັກຖາມສະມາຊິກສະພາແຫ່ງຊາດ
ທ່ານ ຫງວຽນງ້ອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
      ວຽກງານຄຸ້ມຄອງ ແລະ ບັນດາມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບການວາງແຜນຂະແໜງທ່ອງທ່ຽວ ແມ່ນໜຶ່ງໃນບັນດາເນື້ອໃນ ໄດ້ຮັບການຊັກຖາມຈາກສະມາຊິກສະພາແຫ່ງຊາດຫລາຍທ່ານ. ຕາມທ່ານ ຫງວຽນງ້ອກທ້ຽນ ແລ້ວ, ປີ 2017 ກຳລັງຄວາມສາມາດແກ່ງແຍ້ງຂອງການທ່ອງທ່ຽວ ຫວຽດນາມ ໄດ້ຮັບການປັບປຸງ. ຕາມການຕີລາຄາຂອງເວທີປາໄສເສດຖະກິດໂລກໃຫ້ເຫັນວ່າ ປັດໃຈຊ່ວຍໃຫ້ການທ່ອງທ່ຽວ ຫວຽດນາມ ບັນລຸຫລາຍດັດຊະນີດີ ແມ່ນຊັບພະຍາກອນ, ວັດທະນະທຳ, ຄວາມສະຫງົບປອດໄພ. ກ່ຽວຂ້ອງເຖິງມາດຕະການຮ່ວມສຳພັນພັດທະນາເຂດ ເພື່ອພັດທະນາການທ່ອງທ່ຽວ, ທ່ານ ຫງວຽນງ້ອກທ້ຽນ ໃຫ້ຮູ້ວ່າ:
        “ປະຈຸບັນທາງກະຊວງພວມຜັນຂະຫຍາຍສ້າງແຜນການສັງລວມພັດທະນາການທ່ອງທ່ຽວບັນດາເຂດ ສ້າງແຜນຮ່າງພັດທະນາຜະລິດຕະພັນການທ່ອງທ່ຽວບັນດາເຂດ, ແນະນຳ, ໜູນຊ່ວຍສ້າງຕັ້ງກົນໄກຮ່ວມສຳພັນເຂດ, ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍໃນການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ.
        ນອກຈາກບັນດາເນື້ອໃນກ່ຽວກັບການພັດທະນາທ່ອງທ່ຽວ, ທີ່ວາລະຊັກຖາມ, ທ່ານ ຫງວຽນງ້ອກທ້ຽນ ກໍ່ຍົກອອກບັນດາມາດຕະການອະນຸລັກຮັກສາ, ພັດທະນາວັດທະນະທຳທີ່ເປັນມູນເຊື້ອ, ບັນຫາຄຸ້ມຄອງ, ອອກໜັງສືອະນຸຍາດໃຫ້ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ…
 (ແຫຼ່ງຄັດຈາກ VOV)
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top