• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ກ່າວປະນາມບັນດາການກະທຳຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ

      ວັນທີ 17 ຕຸລາ, ອະນຸກຳມະການອາຊີຕາເວັນອອກ - ປາຊີຟິກ ແລະ ນະໂຍບາຍຄວາມປອດໄພທາງເຄືອຂ່າຍອີນເຕີແນັດສາກົນ ຂຶ້ນກັບຄະນະກຳມະການພົວພັນຕ່າງປະເທດສະພາສູງອາເມລິກາ ໄດ້ຈັດວາລະອະພິປາຍກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຂໍ້ລິເລີມຮັບປະກັນອາຊີຄືນໃໝ່ (ARIA).

ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບອາຊີຕາເວັນອອກ - ປາຊີຟິກ ທ່ານ David Stilwell
(ພາບປະກອບ: Stripes/TTXVN)
      ທີ່ວາລະອະພິປາຍ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບອາຊີຕາເວັນອອກ - ປາຊີຟິກ ທ່ານ David Stilwell ໄດ້ຢືນຢັນຄືດັ່ງກ່າວໃນ ARIA, ບັນດາຫຼັກການແກ່ນສານຂອງລະບົບກົດໝາຍສາກົນພວມຖືກທ້າທາຍຍ້ອນເລື່ອງຈີນ ກໍ່ສ້າງ ແລະ ຫັນບັນດາເຂດຖົມດິນເປັນເກາະຢູ່ທະເລຕາເວັນອອກຢ່າງຜິດກົດໝາຍເປັນການທະຫານ. ບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ ແມ່ນໄພນາບຂູ່ບໍ່ພຽງແຕ່ສຳລັບບັນດາປະເທດມີຄຳຮຽກສິດຢູ່ທະເລຕາເວັນອອກ ຫຼື ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກນັບທັງບັນດາປະເທດເຂົ້າຮ່ວມການແລກປ່ຽນການຄ້າຢູ່ພາກພື້ນ ກໍຄືບັນດາຜູ້ຖືເປັນສຳຄັນໃນການເດີນເຮືອຢ່າງເສລີ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ທ່ານ David Stilwell ເນັ້ນໜັກວ່າ, ບັນດາຄຳຮຽກສິດອະທິປະໄຕຂອງຈີນ ສຳລັບອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ” ຢູ່ທະເລຕາເວັນອອກ ແມ່ນຜິດກົດໝາຍ ແລະໄຮ້ເຫດຜົນ. ບັນດາຄຳຖະແຫຼງດັ່ງກ່າວແມ່ນບໍ່ມີຄຸນຄ່າດ້ານນິຕິກຳ, ປະຫວັດສາດ ຫຼື ດ້ານພູມສາດ, ກໍ່ຄວາມເສຍຫາຍໃຫ້ບັນດາປະເທດອື່ນ. ບັນດາການກະທຳເກາະຜິດທີ່ເກີດຂຶ້ນຢ່າງຕໍ່ເນື່ອງຂອງປັກກີ່ງ ນັ້ນ ພວມກີດຂວາງບັນດາປະເທດອາຊຽນ ສຳຜັດກັບແຫຼ່ງສະສົມພະລັງງານຢູ່ທະເລຕາເວັນອອກ, ກໍ່ຄວາມຂາດສະຖຽນລະພາບ ແລະ ເພີ່ມໄພເກີດການປະທະກັນໃນພາກພື້ນ…
        ຕາມ ARIA ແລ້ວ, ນະໂຍບາຍຂອງອາເມລິກາ ແມ່ນຮັບປະກັນຄວາມເສລີໃນການເດີນທະເລ, ການບິນ ແລະ ບັນດາຈຸດປະສົງອື່ນທີ່ຖືກຕ້ອງຕາມກົດໝາຍຢູ່ທະເລ. ວໍຊິງຕັນ ຈະສືບຕໍ່ປະຕິບັດສິດເສລີໃນການເດີນທະເລ, ການບິນ ແລະ ເຄື່ອນໄຫວບໍ່ວ່າເຂດໃດທີ່ກົດໝາຍສາກົນອະນຸຍາດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top