• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ

ວັນທີ 16 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ລັດຖະບານ ຈັດຕັ້ງກອງປະຊຸມຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ຂອງຊຸມເດືອນທ້າຍປີ 2020 ແລະ 2021.

ກອງປະຊຸມຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ຂອງຊຸມເດືອນທ້າຍປີ 2020 ແລະ 2021 (ພາບ: VGP)

  ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 (ເຊິ່ງຈະດໍາເນີນໃນເດືອນຕຸລາ 2020), ສະພາແຫ່ງຊາດຈະພິຈາລະຈາ, ຮັບຮອງເອົາກົດໝາຍ 6 ສະບັບ, ຮ່າງມະຕິ 01 ສະບັບ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍອື່ນໆ 04 ສະບັບ. ຄະນະປະຈໍາສະພາແຫ່ງຊາດ ຈະພິຈາລະນາຮ່າງລັດຖະບັນຍັດວ່່າດ້ວຍບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

        ກ່ຽວກັບໂຄງການເຄື່ອນໄຫວປີ 2021, ໃນກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 14 ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 04 ສະບັບທີ່ໄດ້ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 10.

(ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top