• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມບັ້ນເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

      ຕອນເຊົ້າວັນທີ 29 ກັນຍາ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມບັ້ນເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2020) ດ້ວຍຫົວຂໍ້ທີ່ວ່າ ຊາວໜຸ່ມນະຄອນໂຮ່ຈີມິນມີຄວາມຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຕໍ່ພັກ”. 

ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ຮັບທວນໄຟ ຈາກການນຳຄະນະພັກນະຄອນ ໂຮ່ຈີມິນ
      ບັ້ນເຄື່ອນໄຫວໄດ້ດຳເນີນແຕ່ເດືອນ ກັນຍາ ປີ 2019 ຫາ ເດືອນ ກຸມພາ ປີ 2020 ດ້ວຍເປົ້າໝາຍປະຕິບັດໂຄງການຕ່າງໆທີ່ຕິດພັນກັບໜ້າທີ່ຮັບປະກັນຊີວິດສັງຄົມ. ຄຽງຄູ່ກັນນັ້ນ, ບັນດາສະມາຊິກພັກໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ນະຄອນ ໂຮ່ຈີມິນ ຕັ້ງໜ້າເຂົ້າຮ່ວມບັນດາການດຳເນີນຊີວິດການເມືອງຢ່າງເລິກເຊິ່ງກ້ວາງຂວາງດ້ວຍຫົວຂໍ້ “ຊາວໜຸ່ມນະຄອນໂຮ່ຈີມິນມີຄວາມຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຕໍ່ພັກ” ດ້ວຍບັນດາຮູບການດຳເນີນຊີວິດທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຄື ລາຍການພົບປະແລກປ່ຽນ, ບັນດາ ເວທີປາໄສດ້ວຍຫົວຂໍ້ “ຊາວໜຸ່ມ ກັບ ພັກ - ພັກ ກັບ ຊາວໜຸ່ມ”, ບັນດາລາຍການສະແດງສິລະປະສະເຫຼີມສະຫຼອງວັນສ້າງຕັ້ງພັກ ແລະ ເຊີດຊູສະມາຊິກພັກໜຸ່ມທີ່ເປັນແບບຢ່າງດີເດັ່ນ.
 (ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top