• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີດຕົວ​ໜ່ວຍ​ງານ​ໜູ​ນ​ຊ່ວຍ​ໂຄງ​ການ​ລົງ​ທຶນ ແຂວງ ກວ໋າງ​ນິງ

ແຂວງ ກວ໋າງນິງ ຫາກໍເປີດຕົວໜ່ວຍປະຕິບັດງານໜູນຊ່ວຍໂຄງການລົງທຶນຂອງກວ໋າງນິງ (Investor Care), ເຊິ່ງແມ່ນໜຶ່ງໃນບັນດາມາດຕະການເພື່ອສືບຕໍ່ປົວແປງສະພາດແວດລ້ອມລົງທຶນດຳເນີນທຸລະກິດ, ປະຕິຮູບການບໍລິຫານ ດ້ວຍເປົ້າໝາຍຮັກສາທີ່ຕັ້ງນຳໜ້າໃນບັນດາຕາຕະລາງຈັດອັນດັບ.
ພິທີເປີດຕົວໜ່ວຍງານ Investor Care ແຂວງ ກວ໋າງນິງ (ພາບ: baodautu.vn)

ໜ່ວຍງານເຄື່ອນໄຫວພາຍໃຕ້ການຊີ້ນຳ, ບໍລິຫານໂດຍກົງຂອງທ່ານປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າໜ່ວຍງານດັ່ງກ່າວ ແມ່ນທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ, ອົງການປະຈຳການ ແມ່ນ ຄະນະສົ່ງເສີມ ແລະ ໜູນຊ່ວຍການລົງທຶນ, ສະມາຊິກຂອງໜ່ວຍງານ ແມ່ນການນຳບັນດາພະແນກ, ຂະແໜງການທ້ອງຖິ່ນທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງວຽກງານສົ່ງເສີມການລົງທຶນ. ນີ້ແມ່ນມາດຕະການໂດຍມີຫຼາກຫຼາຍຊ່ອງຂໍ້ມູນຂ່າວເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ບັນດາໂຄງການ ແລະ ໃຫ້ບຸລິມະສິດແກ່ການໜູນຊ່ວຍສົ່ງເສີມການລົງທຶນຢູ່ກັບບ່ອນ. ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ VCCI ຕີລາຄາວ່າ:

        “ການສ້າງຕັ້ງໜ່ວຍງານ Investor Care ສາມາຊ່ວຍເບິ່ງແຍງບັນດານັກລົງທຶນໃນຕະຫຼອດໄລຍະເຄື່ອນໄຫວໂຄງການ, ເພື່ອພ້ອມກັບເຂົາເຈົ້າແກ້ໄຂບັນດາລະບຽບການທີ່ກ່ຽວຂ້ອງ. ຂ້າພະເຈົ້າຄິດວ່າ ນີ້ແມ່ນຂໍ້ລິເລີ່ມທີ່ພົ້ນເດັ່ນຂອງ ກວ໋າງນິງ ໃນຈຸດເວລານີ້ ແລະ ສືບຕໍ່ຢັ້ງຢືນໄດ້ຮູບແບບການປະຕິຮູບໃນໄລຍະຜ່ານມາ.”

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top