• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະມານ 50% ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໄດ້ສັກວັກຊິນກັນໂຄວິດ-19 ໃນປີ 2021

ນັບແຕ່ເດືອນ ກໍລະກົດ ຮອດທ້າຍປີ 2021, ຜູ້ມີອາຍຸແຕ່ 18 ປີຂຶ້ນໄປຢ່າງໜ້ອຍສຸດ 50% ຈະໄດ້ສັກວັກຊິນກັນໂຄວິດ-19.
ຜູ້ມີອາຍຸແຕ່ 18 ປີຂຶ້ນໄປຢ່າງໜ້ອຍສຸດ 50% ຈະໄດ້ສັກວັກຊິນກັນໂຄວິດ-19. (ພາບ: moh.gov.vn)

ນີ້ແມ່ນຂໍ້ມູນຂ່າວເຊິ່ງກະຊວງສາທາລະນະສຸກ ແລະ ກະຊວງປ້ອງກັນປະເທດຫວຽດນາມ ຍົກອອກມາທີ່ວາລະປະຊຸມຄັ້ງປະຖົມມະເລິກຂອງຄະນະຊີ້ນຳການຜັນຂະຫຍາຍບັ້ນສັກວັກຊິນກັນໂຄວິດ-19 ປີ 2021 – 2022, ເຊິ່ງດຳເນີນໃນຕອນເຊົ້າວັນທີ 02 ກໍລະກົດ.

        ຕາມນັ້ນແລ້ວ, ເລື່ອງສັກວັກຊິນຈະໄດ້ຮັບການປະຕິບັດນັບແຕ່ເດືອນ ກໍລະກົດ 2021 ຮອດເດືອນ ເມສາ 2022, ໃນນັ້ນ, ຢ່າງໜ້ອຍສຸດມີ 50% ຜູ້ມີອາຍຸແຕ່ 18 ປີຂຶ້ນໄປຈະໄດ້ສັກວັກສິນກັນໂຄວິດ-19 ໃນປີ 2021 ແລະ ຮອດທ້າຍໄຕມາດທີ 1 ປີ 2022 ຈະມີພົນລະເມືອງກວ່າ 70% ໄດ້ສັກວັກຊິນ.

        ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ເນັ້ນໜັກວ່າ, ນີ້ແມ່ນບັ້ນເຄື່ອນໄຫວສັກວັກຊິນໃຫຍ່ທີ່ສຸດມາຮອດປະຈຸບັນ, ທ່ານຍັງໃຫ້ຮູ້ວ່າ, ໃນເດືອນ ກໍລະກົດ ນີ້, ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 ຈຳນວນແຕ່ 8 ຫາ 10 ລ້ານໂດສ ແລະ ເຈລະຈາເພື່ອໃຫ້ຄົບ 150 ລ້ານໂດສ ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາກັບລັດຖະບານ.

        “ໄລ່ມາຮອດຈຸດເວລານີ້, ພວກເຮົາໄດ້ຮັບຄຳໝັ້ນສັນຍາ ແລະ ລົງນາມໃນບັນດາສັນຍາຮັບວັກຊິນ 105 ລ້ານໂດສ. ປະຈຸບັນ, ພວກເຮົາພວມເຈລະຈາເພື່ອເພີ່ມ 45 ລ້ານໂດສຕື່ມອີກ. ສະນັ້ນ, ພວກເຮົາຈະມີວັກຊິນປະມານ 150 ລ້ານໂດສ. ວັກຊິນໄດ້ສົ່ງມາຫວຽດນາມ ບໍ່ແມ່ນໃນທຸກເດືອນ, ຫາກສຸມໃສ່ໃນໄຕມາດທີ 4 ປີ 2021, ເລີ່ມແຕ່ເດືອນ ກັນຍາ ແລະ ໃນ 3 ເດືອນທ້າຍປີແມ່ນຫຼາຍທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ປະ​ກາດ​ 2 ຂໍ້​ລິ​ເລີ່ມ​ກ່ຽວ​ກັບ SDGs ແລະ ສິດ​ທິ​ມະ​ນຸດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ຫວຽດ​ນາມ ຈະ​ປະ​ກາດ​ 2 ຂໍ້​ລິ​ເລີ່ມ​ກ່ຽວ​ກັບ SDGs ແລະ ສິດ​ທິ​ມະ​ນຸດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ຄະນະຜູ້ແທນ ຫວຽດນາມ ຈະເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການປຶກສາຫາລື ມະຕິ 36 ສະບັບຂອງກອງປະຊຸມ ແລະ ຈະມີ 2 ຂໍ້ລິເລີ່ມ ເຊັ່ນ: ຖະແຫຼງການຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs); ຈັດເຫດການຢູ່ນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ ກ່ຽວກັບຜົນກະທົບເຖິງສິດທິມະນຸດຂອງການສໍ້ກົງທາງອິນເຕີເນັດ.

Top