• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ສ. ເກົາຫຼີ ເລີ່ມສ້າງຕັ້ງລັດຖະບານໃໝ່

      ວັນທີ 10/5, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae-in ມີບັນດາບາດກ້າວທຳອິດໃນການສ້າງຕັ້ງລັດຖະບານໃໝ່, ດ້ວຍການແຕ່ງຕັ້ງນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການທຳນຽບປະທານາທິບໍດີ, ຜູ້ອຳນວຍການອົງການສືບລາຊະການລັບ ແລະ ອົງການປ້ອງກັນຄວາມສະຫງົບແຫ່ງຊາດ.

ທ່ານ Moon Jae-in  
      ໃນການປະຊຸມຂ່າວທຳອິດທີ່ທຳນຽບປະທານາທິບໍດີ, ພາຍຫຼັງສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ ສ. ເກົາຫຼີ, ທ່ານ Moon Jae-in ປະກາດໄດ້ບົ່ງຕົວທ່ານ Lee Nak – yon, ເຈົ້າຄອງນະຄອນ Jeolla ໃຕ້ ເປັນນາຍົກລັດຖະມົນຕີ ສ. ເກົາຫຼີ, ທ່ານ Im Jong – seok, ຫົວໜ້າກຸ່ມເລຂາໃຫ້ບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງທ່ານ ແມ່ນຫົວໜ້າຫ້ອງວ່າການທຳນຽບປະທານາທິບໍດີ. ໃນຂະນະນັ້ນ, ທ່ານ Suh Hoon, ອະດີດເຈົ້າໜ້າທີ່ຂຶ້ນກັບອົງການສືບລາຊະການລັບແຫ່ງຊາດໄດ້ຮັບການແຕ່ງຕັ້ງເປັນຜູ້ອຳນວຍການອົງການນີ້ ແລະ ທ່ານ Joo Young – hoon, ເຊິ່ງແມ່ນເຈົ້າໜ້າທີ່ຂຶ້ນກັບອົງການປ້ອງກັນຄວາມສະຫງົບທຳນຽບປະທານາທິບໍດີ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າອົງການນີ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top