• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ອາດສາມາດພົບປະກັນຢູ່ກອງປະຊຸມຂັ້ນສູງ APEC 2017

      ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ປະກາດວ່າ ອາດຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຢ້ຽມຢາມພາກພື້ນ ອາຊີ - ປາຊີຟິກ.

ທ່ານປະທານາທິບໍດີ ອາເມລິກາ Donal Trump ແລະ  ທ່ານປະທານາທິບໍດີ ລັດເຊຍ Vdladimir Putin  (ພາບ: AP/TTXVN)
      ທ່ານປະທານາທິບໍດີ ລັດເຊຍ Vdladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donal Trump ອາດສາມາດພົບປະກັນໃນອາທິດໜ້າຢູ່ກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ນະຄອນ ດ່າໜັງ ປະເທດ ຫວຽດນາມ. ວັນທີ 03 ພະຈິກ ໂຄສົກວັງ Krenlin ທ່ານ Dmitry Peskov ໃຫ້ຮູ້ວ່າ: ພວມດຳເນີນບັນດາການປຶກສາຫາລືກ່ຽວກັບການພົບປະດັ່ງກ່າວ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໃຫ້ຮູ້ວ່າ: ການພົບປະ 2 ຝ່າຍພວມປຶກສາຫາລື. ແຈ້ງການຢ່າງເປັນທາງການຈະໄດ້ຍົກອອກທັນທີ ພາຍຫລັງລາຍລະອຽດຂອງການພົບປະທັງໝົດໄດ້ເຫັນດີເປັນເອກະພາບ. ກ່ອນໜ້ານັ້ນ, ວັນທີ 02 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ປະກາດວ່າ ອາດຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຢ້ຽມຢາມພາກພື້ນ ອາຊີ - ປາຊີຟິກ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top