• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມປະຈຳສະພາປະຊາຊົນບັນດາແຂວງ,ນະຄອນເຂດທົ່ງພຽງແມ່ນຳ້ແດງ

ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
      ຕອນ​ເຊົ້າ​ວັນ​ທີ 26/08 ຢູ່​ແຂວງ ນາມ​ດິງ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ສະພາ​ປະຊາຊົນບັນດາ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ແລະ ​ແຄມ​ທະ​ເລພາກ​ເໜືອ​ຄັ້ງ​ທີ 1 ອາຍຸ​ການ 2016 – 2021. ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ໃນ​ບັນ​ດາ​ກອງ​ປະຊຸມ​ຂອງ​ສະພາ​ປະຊາຊົນ ​ແລະ ຖື​ວ່າ: ການ​ເຄື່ອນ​ໄຫວ​ນີ້ ຈະ​ສ້າງ​ເວທີ​ປາ​ໄສ​ປະຊາທິປະ​ໄຕ, ສະ​ແດງ​​ໃຫ້​ເຫັນສິດ​ອຳ​ນາດ​ຂອງ​ອົງ​ການ​​ໂດຍ​ປະຊາຊົນ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ, ສະ​ແດງ​ໃຫ້​ເຫັນ​ບົດບາດ​ຕັ້ງໜ້າ​ຂອງ​ແຕ່​ລະສະ​ມາ​ຊິ​ກສະພາ​ປະຊາຊົນ ກໍ່​ຄື​ຄວາມ​ຮັບຜິດຊອບ​ຂອງ​ການ​ນຳ​ບັນດາ​ອົງການ​ສຳນັກງານ ສຳລັບ​ບັນດາ​ບັນຫາ ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ. ກອງ​ປະຊຸມ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ອື່ນໆ ຂອງ​ສະພາ​ປະຊາຊົນ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​​ແກ້​ໄຂສິ່ງ​ທີ່​ຍັງ​ຄົງຄ້າງ, ຈຳ​ກັດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ນີ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top