• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາສູງມຽນມາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ວັນທີ 16 ພຶດສະພາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສ.ມຽນມາ ໂດຍທ່ານປະທານສະພາສູງ, ທັງເປັນປະທານສະພາແຫ່ງຊາດມຽນມາ Mahn Win Khaing Than ນຳໜ້າ, ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 10 – 16 ພຶດສະພາ, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ. 
(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ 
ແລະ ປະທານສະພາແຫ່ງຊາດມຽນມາ Mahn Win Khaing)
      ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາສູງ Mahn Win Khaing Than ໄດ້ມີການເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕາມພິທີການທູດ; ເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະຂອງກອງປະຊຸມສະຫະພັນລັດຖະສະພາສາກົນ (IPU) ພາກພື້ນອາຊີ - ປາຊີຟິກ ໂດຍສະພາແຫ່ງຊາດຫວຽດນາມ ສົມທົບກັບ IPU ຈັດຕັ້ງ. ທີ່ບັນດາການພົບປະ, 2 ຝ່າຍໄດ້ຢືນຢັນຄວາມສຳຄັນຂອງພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ກໍຄືສືບຕໍ່ເສີມຂະຫຍາຍບັນດາຜົນງານເຊິ່ງ 2 ຝ່າຍບັນລຸໄດ້ ພາຍຫຼັງກວ່າ 40 ປີແຫ່ງ 2 ປະເທດສ້າງຕັ້ງການພົວພັນທາງການທູດ. 2 ຝ່າຍເຫັນດີພ້ອມກັນສ້າງເງື່ອນໄຂດ້ານນະໂຍບາຍກົດໝາຍ ເພື່ອໜູນຊ່ວຍໃຫ້ວິສາຫະກິດ 2 ປະເທດລົງທຶນ ແລະ ດຳເນີນທຸລະກິດຢູ່ແຕ່ລະປະເທດ; ເຫັນດີກ່ຽວກັບເລື່ອງສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສະພາແຫ່ງຊາດ 2 ປະເທດ. 2 ຝ່າຍໄດ້ເຫັນດີນຳກັນວ່າ, ສະພາແຫ່ງຊາດ 2 ປະເທດຈະທາບທາມຄວາມເຫັນ ແລະ ສະໜັບສະໜູນທັດສະນະຂອງກັນຢູ່ບັນດາເວທີປາໄສລັດຖະສະພາໂລກ ແລະ ພາກພື້ນ, ເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ; ສ້າງຄວາມສາມັກຄີຂອງປະຊາຄົມອາຊຽນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top