• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

      ຕອນບ່າຍວັນທີ 1 ກໍລະກົດ ຕາມເວລາທ້ອງຖິ່ນ (ກົງກັບຕອນຄ່ຳວັນທີ 1 ກໍລະກົດ ຕາມເວລາ ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Saint Peterburg, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ແຕ່ວັນທີ 28 ມິຖຸນາ ຫາວັນທີ 1 ກໍລະກົດ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin.

ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Vladimir Putin 
      ກ່ອນໜ້ານັ້ນ, ຕອນບ່າຍວັນທີ 1 ກໍລະກົດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະກັບທ່ານ Georgy Pontavchenko, ຜູ້ວ່າການ Saint Peterburg. ຜູ້ວ່າການ Georgy Pontavchenko ເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະສ້າງທ່າສຳຄັນຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ກັບສະຫະພັນລັດເຊຍ, ໃນນັ້ນມີນະຄອນ Saint Peterburg. ຜູ້ວ່າການ Georgy Pontavchenko ໄດ້ລາຍງານວ່ານະຄອນ Saint Peterburg ພວມກໍ່ສ້າງແຜນການເປີດງານວາງສະແດງທຳອິດກ່ຽວກັບປະທານ ໂຮ່ຈີມິນ ທີ່ຫໍພິພິທະພັນມໍຣະດົກແຫ່ງຊາດ Ermitege ໃນເດືອນ ພຶດສະພາປີ 2019. ເຫດການສຳຄັນນີ້ແມ່ນຂີດໝາຍຂອງການເຄື່ອນໄຫວສະເຫຼີມສະລອງ 25 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ, ເປັນພື້ນຖານເພື່ອສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງ 2 ປະເທດສະຫະພັນລັດເຊຍ ແລະ ຫວຽດນາມ.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊົມເຊີຍການຮ່ວມມືລະຫວ່າງນະຄອນ Saint Peterburg ກັບບັນດາແຂວງ ແລະ ນະຄອນຂອງ ຫວຽດນາມ. ທ່ານປະທານປະເທດ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ້ອງຖິ່ນຕ່າງໆຂອງ 2 ປະເທດຮ່ວມມືໂດຍກົງ, ມີປະສິດທິຜົນ ແລະ ແທດຈິງກ່ວາອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top