• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບລັດຖະມົນຕີກະຊວງສ້າງເສດຖະກິດຄືນໃໝ່ຍີ່ປຸ່ນ

      ທ່ານປະທານປະເທດ ຖືວ່າ ຫວຽດນາມ ແລະ ຍີ່ປຸ່ນ ມີຫຼາຍຈຸດທີ່ຄ້າຍຄືກັນ, ພ້ອມກັນແບ່ງປັນຫຼາຍຜົນປະໂຫຍດ ແລະ ບັນຫາຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

ທ່ານ Toshimitsu Motegi ແລະ ທ່ານ ເຈີ່ນດ້າຍກວາງ
      ທີ່ການຕ້ອນຮັບທ່ານ Toshimitsu Motegi, ລັດຖະມົນຕີກະຊວງສ້າງເສດຖະກິດຄືນໃໝ່ ຍີ່ປຸ່ນ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນເຊົ້າວັນທີ 7 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ. ທ່ານປະທານປະເທດ ຖືວ່າ ຫວຽດນາມ ແລະ ຍີ່ປຸ່ນ ມີຫຼາຍຈຸດທີ່ຄ້າຍຄືກັນ, ພ້ອມກັນແບ່ງປັນຫຼາຍຜົນປະໂຫຍດ ແລະ ບັນຫາຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະ ນີ້ແມ່ນພື້ນຖານໜັກແໜ້ນ ໃຫ້ແກ່ການຊຸກຍູ້ການຮ່ວມມືແໜ້ນແຟ້ນ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
        ທ່ານປະທານປະເທດ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ ບັນດານັກລົງທຶນ ຍີ່ປຸ່ນ ທຳມາຫາກິນ ຢ່າງສະດວກຢູ່ ຫວຽດນາມ; ເຊື່ອໝັ້ນວ່າ ການຢ້ຽມຢາມ ນີ້ຂອງທ່ານລັດຖະມົນຕີ ສວມບົດບາດສຳຄັນປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ.
        ສ່ວນທ່ານ Toshimitsu Motegi ໃຫ້ຮູ້ວ່າ: ມີຫຼາຍນັກລົງທຶນ ຍີ່ປຸ່ນ ສົນໃຈຢາກລົງທຶນຢູ່ ຫວຽດນາມ, ປາດຖະໜາວ່າ ບັນດາອົງການກ່ຽວຂ້ອງຂອງ 2 ປະເທດສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອຮ່ວມມືລະຫວ່າງ ບັນດາວິສາຫະກິດ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top