• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະດັບຫຼຽນກາທີ່ລະນຶກເພື່ອພາລະກິດການສຶກສາໃຫ້ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ

ນີ້ແມ່ນຂອງຂວັນອັນລ້ຳຄ່າທີ່ສຸດຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເພື່ອແນໃສ່ເຊີດຊູບັນດາສ່ວນບຸກຄົນ, ໝູ່ຄະນະທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດການສຶກສາ, ບຳລຸງສ້າງຖັນແຖວພະນັກງານການນຳ, ຄຸ້ມຄອງໃຫ້ແກ່ພັກ ແລະ ລັດຫວຽດນາມ.
ພິທີປະດັບຫຼຽນກາທີ່ລະນຶກ. (ພາບ: TTXVN)

ຕອນບ່າຍວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊວັນທັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ປະດັບຫຼຽນກາທີ່ລະນຶກ “ເພື່ອພາລະກິດການສຶກສາ, ບຳລຸງສ້າງທິດສະດີການເມືອງ” ໃຫ້ແກ່ທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດ ປະຈຳຫວຽດນາມ. ທີ່ພິທີ, ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ, ນີ້ແມ່ນຂອງຂວັນອັນລ້ຳຄ່າທີ່ສຸດຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເພື່ອແນໃສ່ເຊີດຊູບັນດາສ່ວນບຸກຄົນ, ໝູ່ຄະນະທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດການສຶກສາ, ບຳລຸງສ້າງຖັນແຖວພະນັກງານການນຳ, ຄຸ້ມຄອງໃຫ້ແກ່ພັກ ແລະ ລັດຫວຽດນາມ.

ທ່ານ Kamal Malhotra ມີຄວາມມານະພະຍາຍາມຫຼາຍຢ່າງໃນການຊຸກຍູ້ການປະຕິບັດ “ຂໍ້ລິເລີ່ມຂອງສະຫະປະຊາຊາດ”, ປະກອບສ່ວນຍົກສູງປະສິດທິຜົນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະປະຊາຊາດ ກໍຄືຍົກສູງທີ່ຕັ້ງ, ບົດບາດນຳໜ້າຂອງຫວຽດນາມ ໃນລະບົບອົງການຈັດຕັ້ງສະຫະປະຊາຊາດໃນທົ່ວໂລກ ແລະ ບັນດາຂໍ້ລິເລີ່ມຊຸກຍູ້ການມອບສິດໃຫ້ແກ່ແມ່ຍິງ, ຄວາມສະເໝີພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ທົ່ວໂລກ… ໃນສະພາບໂລກລະບາດໂຄວິດ-19, ທ່ານ Kamal Malhotra ກໍ່ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການແບ່ງປັນຂໍ້ມູນ, ບົດຮຽນ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍກ່ຽວກັບໂລກລະບາດ, ຂົນຂວາຍການໜູນຊ່ວຍວັກຊິນກັນໂຄວິດ-19 ແລະ ບັນດາອຸປະກອນການແພດໃຫ້ແກ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top