• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 38 ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ

      ຕອນບ່າຍວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກ AIDS ແລະ ປ້ອງກັນ, ຕ້ານຢາເສບຕິດ, ໂສເພນີ ຂຶ້ນກັບກະຊວງຕຳຫຼວດ ໄດ້ຈັດຕັ້ງການປະຊຸມຂ່າວປະກາດໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 38 ກ່ຽວກັບບັນຫາຢາເສບຕິດ. 

ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ
      ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງດຳເນີນກອງປະຊຸມເປັນເວລາ 2 ວັນ, ແຕ່ວັນທີ 25 ກໍລະກົດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ພັນເອກ ຮ່ວາງແອງຕວຽນ, ຮອງຫົວໜ້າຫ້ອງການປະຈຳການປ້ອງກັນ, ຕ້ານຢາເສບຕິດ, ຂຶ້ນກັບກະຊວງຕຳຫຼວດ ໃຫ້ຮູ້ວ່າ:
        “ຫວຽດນາມ ກໍ່ໄດ້ວາງອອກບັນດາລາຍການເຄື່ອນໄຫວລະອຽດ, ປະກອບສ່ວນສະແດງຄຳໝັ້ນສັນຍາການເມືອງຂັ້ນສູງຂອງ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ ເພື່ອແນໃສ່ສ້າງປະຊາຄົມລວມ ອາຊຽນ ຕາມຈິດໃຈ “ໃຫ້ຄຳໝັ້ນສັນຍາຕໍ່ສູ້ ແລະ ຮັບມືກັບບັນຫາຢາເສບຕິດຂອງໂລກຢ່າງມີປະສິດທິຜົນ””
 (ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top