• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບໍລິຈາກໜູນຊ່ວຍໃຫ້ແກ່ປະຊາຊົນລາວ, ອິນເດຍ, ກຳປູເຈຍ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ສູນກາງສະມາຄົມຫວຽດນາມ - ກຳປູເຈຍ ກໍ່ໄດ້ປຸກລະດົມ ບັ້ນບໍລິຈາກສະໜັບສະໜູນ ປະຊາຊົນກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວົງກ້ວາງ. 
ປະຊາຊົນລໍຖ້າສັກວັກຊິນກັນໂຄວິດ - 19 ຢູ່ກຳປູເຈຍ (ພາບ: TTXVN)
      ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ຢູ່ປະເທດ ສປປ.ລາວ ແລະ ສ.ອິນເດຍ, ວັນທີ 6 ພຶດສະພາ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ອິນເດຍ ໄດ້ສົ່ງຈົດໝາຍທາງການໄປຍັງບັນດາກຳມະການຄະນະບໍລິຫານງານສູນກາງ ສະມາຄົມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ອິນເດຍ ບັນດາແຂວງ, ນະຄອນ, ບັນດາໜ່ວຍງານສັງກັດ ສູນກາງສະມາຄົມເພື່ອຮຽກຮ້ອງປຸກລະດົມການບໍລິຈານໜູນຊ່ວຍ ປະຊາຊົນ ລາວ ແລະ ອິນເດຍ
        ກ່ອນໜ້ານັ້ນ, ສູນກາງສະມາຄົມຫວຽດນາມ - ກຳປູເຈຍ ກໍ່ໄດ້ປຸກລະດົມ ບັ້ນບໍລິຈາກສະໜັບສະໜູນ ປະຊາຊົນກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວົງກ້ວາງ. ບັນດາບັ້ນປຸກລະດົມໄດ້ດຳເນີນແຕ່ວັນທີ 28 ເມສາ - 20 ພຶດສະພາ.
(ແຫຼ່ງຄັດຈາກ VOV)

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ລາ​ຊະ​ອາ​ນາ​ຈັກອັງ​ກິດ ປະ​ກາດ​ວ່າ ຈະ​ອອກ​ເງິນ​ດ້ວ​ຍ​ຈຳ​ນວນເງິນ 660 ລ້ານ​ປອນ (ເກືອບ 900 ລ້ານ USD) ໃຫ້​ແກ່ ຝະ​ລັ່ງ ໃນ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ສະ​ບັບ​ໃໝ່ ທີ່​ແກ່​ຍາວ​ໃນ​ເວ​ລາ 3 ປີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄົນ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝານ​ຜ່ານຊ່ອງ​ແຄບ​ທະ​ເລ Manche.

Top