• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ເພີ່ມ​ຄວາມ​ໄວ​ໃນ​ການ​ສັກ​ວັກ​ຊິນ, ຊຸກ​ຍູ້​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ເດັກ​ ​ທີ່​ມີ​ອາ​ຍຸ​ແຕ່ 12 ປີ ຫາ 18 ປີ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປັດຈຸບັນ, ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນໂລກ ແລະ ພາຍໃນປະເທດ, ພິເສດແມ່ນການປະກົດຕົວຂອງ ເຊື້ອໄວຣັດກາຍພັນ Omicron ໂດຍອົງການຈັດຕັ້ງອະນາໄມໂລກ (WHO) ກ່າວເຕືອນວ່າ ມີການແຜ່ລະບາດໄວ ແລະ ບໍ່ສາມາດຕີລາຄາທາດພິດຂອງເຊື້ອໄວຣັດນີ້ໄດ້.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກ ກັບ 63 ແຂວງ, ນະຄອນ ເພື່ອຕີລາຄາສະພາບການ ແລະ ຍົກອອກມາດຕະການລະອຽດ ເພື່ອແນໃສ່ຫຼຸດຜ່ອນ ຈຳນວນຜູ້ຕິດເຊື້ອທີ່ມີອາການໜັກ, ຜູ້ເສຍຊີວິດ, ຍູ້ໄວຄວາມໄວໃນການສັກວັກຊິນ, ເພີ່ມທະວີລະບົບການແພດປ້ອງກັນ ແລະ ສາທາລະນະສຸກຂັ້ນຮາກຖານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປັດຈຸບັນ, ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນໂລກ ແລະ ພາຍໃນປະເທດ, ພິເສດແມ່ນການປະກົດຕົວຂອງ ເຊື້ອໄວຣັດກາຍພັນ Omicron ໂດຍອົງການຈັດຕັ້ງອະນາໄມໂລກ (WHO) ກ່າວເຕືອນວ່າ ມີການແຜ່ລະບາດໄວ ແລະ ບໍ່ສາມາດຕີລາຄາທາດພິດຂອງເຊື້ອໄວຣັດນີ້ໄດ້. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາທ້ອງຖິ່ນ ສຸມໃສ່ເພີ່ມຄວາມໄວໃນການສັກວັກຊິນ, ຊຸກຍູ້ການສັກວັກຊິນໃຫ້ແກ່ເດັກທີ່ມີອາຍຸແຕ່ 12 ປີ ຫາ 18 ປີ ເພື່ອໃຫ້ພວກນ້ອງກັບຄືນໄດ້ຮຽນເປັນປົກກະຕິ, ສະຖິຕິການໃຊ້ຈ່າຍໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປີນີ້ ເພື່ອຄິດໄລ່ວາງແຜນຮ່າງງົບປະມານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19ໃຫ້ປີ 2022. ພ້ອມກັນນັ້ນ, ຍັງເປີດປະຕູພື້ນຖານເສດຖະກິດ, ຮັບມືຢ່າງປອດໄພ, ຄວບຄຸມ ໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.

Top