• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາ​ການ​ເຄື່ອນ​ໄຫວສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ສາກົນ ຢູ່​ທ້ອງ​ຖິ່ນ​ແຫ່ງ​ຕ່າງໆຂອງຫວຽດນາມ

 ເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ 2020 ແລະ ສະເຫຼີມສະຫຼອງ 74 ປີ ແຫ່ງວັນສ້າງຕັ້ງຂອງຂະແໜງແຜນການ ແລະ ການລົງທຶນ, ຕອນຄໍ່າວັນທີ 31 ທັນວາ, ຢູ່ພະລາດຊະວັງ ທັງລອງ, ຮ່າໂນ້ຍ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດຕັ້ງລາຍການ “ຫວຽດນາມ ມີຄວາມເອກອ້າງທະນົງໃຈ”.

ກ່າວຄໍາເຫັນໃນລາຍການ, ທ່ານ ຫງວຽນຈີ້ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຢັ້ງຢືນວ່າ:

        “ຜ່ານລາຍການ, ພວກຂ້າພະເຈົ້າຢາກຝາກຄວາມຫວັງ, ຄວາມສຸດຈິດສຸດໃຈຂອງພວກເຮົາທຸກຄົນ ເຮັດໃຫ້ຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດອັນສະຫງ່າອົງອາດຂອງປະເທດຊາດໃຫ້ກາຍເປັນເຈດຈໍານົງ, ມານະຈິດຄຸນທາດ ແລະ ວິຖີຊີວິດ ໃຫ້ສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ກ່າວເຂົ້າສູ່ປີໃໝ່, ທົດສະວັດໃໝ່, ດ້ວຍທີ່ຕັ້ງບົດບາດໃໝ່, ມຸ່ງໄປສູ່ຜົນສໍາເລັດໃໝ່ໃນປີ 2020, ພ້ອມກັນເຮັດໃຫ້ປະເທດຫວຽດນາມ ຮຸ່່ງເຮືອງໃສແຈ້ງ, ປະຊາຊົນຫວຽດນາມທຸກຄົນມີຄວາມອີ່ມໜໍາສໍາລານສົມບູນພູນສຸກ”.

ບັນຍາກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຢູ່ຮ່າໂນ້ຍ (ພາບ: thanhnien.vn) 

 ກໍໃນຕອນຄໍ່າວັນທີ 31 ທັນວາ, ຮ່າໂນ້ຍ ໄດ້ຈັດຕັ້ງບັນດາລາຍການສະແດງສິລະປະທີ່ຫຼາຍຮູບຫຼາຍສີຢູ່ບໍລິເວນໜອງຮວ່ານກ໊ຽມ, ຢູ່ເມືອງ ແລະ ຕາແສງຕ່າງໆ ເປັນຕົ້ນແມ່ນ ລາຍການ Countdown 2020, Countdown Party...

        ໃນຂະນະນັ້ນ, ຢູ່ສະໜາມຫຼວງຂອງໂຮງລະຄອນໃຫຍ່ນະຄອນຫ໋າຍຟ່ອງ ກໍ່່ໄດ້ດໍາເນີນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ລະດູບານໃໝ່ ຫ໋າຍຟ່ອງ 2020” ດ້ວຍບັນດາລາຍການສະແດງສິລະປະນັບແຕ່ແບບທີ່ເປັນມູນເຊື້ອຕະຫຼອດຮອດທັນສະໄໝ ເຊິ່ງໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຊົມເປັນຈໍານວນຫຼວງ
ຫຼາຍ. ອ້າຍ Olman  ແລະ ເອື້ອຍ Alisson, ເຊິ່ງເປັນແຂກທ່ອງທ່ຽວມາຈາກ ປະເທດປາກິດສະຖານ ແບ່ງປັນວ່າ:

“ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ເມື່ອໄດ້ມາຮ່ວມໃນຄໍ່າຄືນນີ້. ພິທີຕ້ອນຮັບປີໃໝ່ຢູ່ທີ່ນີ້ ແມ່ນຄັກຫຼາຍ, ປະຊາຊົນມີຄວາມສະໜິດສະໜົມ, ອາຫານກໍແຊບ ແລະ ມີລົດຊາດພິເສດທີ່ສຸດ. ພວກຂ້າພະເຈົ້າໄດ້ໄປທ່ຽວຊົມນະຄອນຫ໋າຍຟ່ອງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ສາກົນ 2020 ພ້ອມກັບທຸກໆຄົນ”.

 

        ແລະກໍໃນຕອນຄ່ຳຂອງວັນທີ 31 ທັນວານີ້, ຢູ່ສະຖານທີ່ຕ່າງໆໃນທົ່ວປະເທດກໍໄດ້ຈັດຕັ້ງພິທີສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ສາກົນ 2020 ຢ່າງຟົດຟື້ນມ່ວນຊື່ນ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top