• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຖືກດຳເນີນໄປຢ່າງຟົດຟື້ນ

ວັນທີ 17 ພຶດສະພາ, ຢູ່ແຂວງ ບັ໊ກຢາງ ໄດ້ຈັດພິທີສະຫຼຸບ, ມອບລາງວັນການເສັງຊອກຮູ້ກ່ຽວກັບ “ພັກກອມມູນິດຫວຽດນາມ ທີ່ມີດກຽດອັນສະຫງ່າ; ລຸງໂຮ່ ຍິ່ງໃຫຍ່; ບ້ານເກີດເມືອງນອນແຫ່ງການປ່ຽນແປງໃໝ່”.


 ຄະນະຈັດຕັ້ງໄດ້ຄັດເລືອກມອບລາງວັນໃຫ້ 30 ບົດດີເດັ່ນ

(ພາບ: baobacgiang)


ການສອບເສັງໄດ້ຮັບການປຸກລະດົມເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2020). 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020). ເຊິ່ງໄດ້ຮັບການປຸກລະດົມນັບແຕ່ເດືອນ ພະຈິກ 2019, ການສອບເສັງໄດ້ຮັບ 92.000 ບົດເຂົ້າຮ່ວມ. ສິ້ນສຸດ ການສອບເສັງ, ຄະນະຈັດຕັ້ງໄດ້ຄັດເລືອກ, ມອບລາງວັນໃຫ້ 30 ບົດດີເດັ່ນ, ລວມມີ ລາງວັນທີ 1 ຈຳນວນ 1 ລາງວັນ, ລາງວັນທີ 2 ຈຳນວນ 4 ລາງວັນ, ລາງວັນທີ 3 ຈຳນວນ 10 ລາງວັນ ແລະ ລາງວັນຊົມເຊີຍຈຳນວນ 13 ລາງວັນ.

        ແລະກໍ່ໃນວັນທີ 17 ພຶດສະພາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ATK ດິ້ງຮ໊ວາ, ແຂວງ ທ໊າຍງວຽນ, ຄະນະຊາວໜຸ່ມແຂວງທ໊າຍງວຽນ ໄດ້ຈັດ “ວັນບຸນຊາວໜຸ່ມປະຕິບັດຕາມຄຳສັ່ງສອນຂອງລຸ່ງໂຮ່” ປີ 2020.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top