• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຮຸງກາລີ

      ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຮຸງກາລີ ແມ່ນປະເທດທີ່ສະໜອງທຶນ (ODA) ໃຫ້ ຫວຽດນາມ ຫຼາຍກວ່າໝູ່ໃນບັນດາປະເທດໃນພາກພື້ນເອີຣົບຕາເວັນອອກກາງ.

ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba  ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 
      ທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba ກ່ອນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຮຸງກາລີ Orban Vicktor ໃນມໍ່ໆນີ້, ຕອນບ່າຍວັນທີ 12 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ນີ້ຈະແມ່ນເຫດການສຳຄັນໃນການພົວພັນ ຫວຽດນາມ - ຮຸງກາລີ, ຊຶ່ງຈະເປີດຫຼາຍກາລະໂອກາດການຮ່ວມມືໃໝ່ດ້ວຍຂໍ້ຕົກລົງຮ່ວມມືຫຼາຍສະບັບຄາດວ່າຈະໄດ້ເຊັນໃນຫຼາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຮຸງກາລີ ແມ່ນປະເທດທີ່ສະໜອງທຶນ (ODA) ໃຫ້ ຫວຽດນາມ ຫຼາຍກວ່າໝູ່ໃນບັນດາປະເທດໃນພາກພື້ນເອີຣົບຕາເວັນອອກກາງ. ທ່ານນາຍົກລັດຖະມົນຕີສະເໜີ ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba ຊຸກຍູ້ໃຫ້ບັນວິສາຫະກິດ ຮຸງກາລີ ລົງທຶນເຂົ້າບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການສູງເຊັ່ນ: ສາທາລະນະສຸກ, ການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ, ການປຸງແຕ່ງສະບຽງອາຫານ…
      ສ່ວນ, ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba ໃຫ້ຮູ້ວ່າການຢ້ຽມຢາມ ຫວຽດນາມ ໃກ້ຈະມາເຖິງນີ້ຂອງ ທ່ານນາຍົກລັດຖະມົນຕີ ຮຸງກາລີ ຈະສ້າງທ່າພັດທະນາໃໝ່ໃຫ້ການພົວພັນສອງປະເທດ. ຕິດຕາມ ທ່ານນາຍົກລັດຖະມົນຕີ ຮຸ່ງກາລີ ຈະມີວິສາຫະກິດປະມານ 70 ແຫ່ງ ແລະ ຕາມແຜນການ, ສອງຝ່າຍຈັດຕັ້ງເວທີປາໄສວິສາຫະກິດເພື່ອໃຫ້ບັນດາວິສາຫະກິດສອງປະເທດໄດ້ພົບປະ, ແລກປ່ຽນຮ່ວມມືໂດຍກົງ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top