• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: JICA ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ

ດ້ວຍຖານະແມ່ນອົງການປະສານງານທຶນ ODA, JICA ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Shinichi Kitaoka, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) 

ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Shinichi Kitaoka, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ດ້ວຍຖານະແມ່ນອົງການປະສານງານທຶນ ODA, JICA ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ແຫຼ່ງທຶນ ODA ນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນຫຼາຍປີຜ່ານມາ, ພິເສດແມ່ນດ້ານພື້ນຖານໂຄງລ່າງ. ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ນຳໃຊ້ແຫຼ່ງທຶນນີ້ຖືກຈຸດປະສົງ, ຄຸ້ມຄອງທຶນ ODA ຂອງຍີ່ປຸ່ນ ຢ່າງມີປະສິດທິຜົນ.

        ສ່ວນທ່ານ Shinichi Kitaoka ໄດ້ຕີລາຄາວ່າ: ໃນຮອບເວລາ 30 ປີຜ່ານມາ, ເສດຖະກິດ, ສັງຄົມຂອງ ຫວຽດນາມ ໄດ້ພັດທະນາອັນດີງາມທີ່ສຸດ. ທ່ານມີຄວາມປິຕິຊົມຊື່ນຍ້ອນໃນການພັດທະນານັ້ນມີການປະກອບທຶນ ODA ຂອງຍີ່ປຸ່ນ. ທ່ານ Shinichi Kitaoka ໄດ້ຊີ້ແຈ້ງວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈໃນນັບແຕ່ຫຼາຍປີມານີ້ ແລະ JICA ມີຄວາມປິຕິຊົມຊື່ນ ຍ້ອນ ຫວຽດນາມ ນັບມື້ນັບເປັນເຈົ້າການໃນການບືນຕົວ ພັດທະນາເສດຖະກິດ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top