• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຮອງນາຍົກລັດຖະມົນຕີເວືອງດິງ ເຫວ້ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ

ຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງ ໄດ້ຕີລາຄາສູງໝາກຜົນດ້ານເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ ທີ່ບັນລຸໄດ້ພາຍໃຕ້ການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ ແລະການຊີ້ນຳຢ່າງຂ້ຽວຂາດ ແລະ ມີປະສິດທິຜົນຂອງລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງ

(ພາບ: VGP)

ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ເມືອງຕຽນຫຼາງ, ແຂວງຫາຍຟ່ອງຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງຫາຍຟ່ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງຢູ່ເມືອງຕຽນຫຼາງ, ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14. ຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງ ໄດ້ຕີລາຄາສູງໝາກຜົນດ້ານເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ ທີ່ບັນລຸໄດ້ພາຍໃຕ້ການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ ແລະການຊີ້ນຳຢ່າງຂ້ຽວຂາດ ແລະ ມີປະສິດທິຜົນຂອງລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ.

        ໂດຍເຫັນດີເຫັນພ້ອມກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ກອງປະຊຸມສະພາແຫ່ງຊາດ ຜ່ານມາ ແມ່ນກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ສະແດງໃຫ້ເຫັນປະຊາທິປະໄຕ ແລະການປ່ຽນແປງໃໝ່, ພ້ອມທັງມີຄວາມມຸ່ງມາດປາດຖະໜາ, ຄຳຄິດຄຳເຫັນຂອງປະຊາຊົນທີ່ກອງປະຊຸມ. ຍ້ອນເຫດນີ້, ສະພາແຫ່ງຊາດໄດ້ຮັບຟັງບັນດາບັນຫາຢ່າງຖືກຕ້ອງ ທີ່ປະຊາຊົນໄດ້ຍົກອອກສ່ອງແສງໃນກອງປະຊຸມສະພາແຫ່ງຊາດດັ່ງກ່າວ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງຮ່າຕິງ ກໍໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນຮ່າຕິງ, ເພື່ອແນໃສ່ແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ຮັບຟັງ ແລະການຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ.

 (ແຫຼ່ງຄັດຈາກ VOV)


ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top