• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານ IFC ຮັບຜິດຊອບພາກພື້ນອາຊີ-ປາຊີຟິກ

ຕອນບ່າຍວັນທີ 11 ເມສາ, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ສະເນຊານາ ສຕໍໂກວິກ ຮອງປະທານຮອງປະທານບໍລິສັດການເງິນສາກົນ IFC ຮັບຜິດຊອບພາກພື້ນອາຊີ-ປາຊີຟິກຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງ ສະເນຊານາ ສຕໍໂກວິກ
ຮອງປະທານຮອງປະທານບໍລິສັດການເງິນສາກົນ IFC 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ລັດຖະບານຫວຽດນາມພວມປຸກລະດົມໂຄງການເລີ່ມທຸລະກິດແຫ່ງຊາດ ແລະ ຫວັງວ່າ IFC ຈົ່ງໜູນຊ່ວຍຫວຽດນາມ, ເປັນຕົ້ນແມ່ນໄວໜຸ່ມຫວຽດນາມ. ຫວຽດນາມປາດຖະໜາວ່າ IFC ພ້ອມກັບບັນດາອົງການສາກົນ ຈົ່ງລົງທຶນໃນຂົງເຂດພະລັງງານ ໃນຂະນະທີ່ແຫຼ່ງພະລັງງານຜະລິດຄືນໃໝ່ຂອງຫວຽດນາມຍັງເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງສະເໜີ IFC ຈົ່ງຮ່ວມມືກັບບາງສຳນັກການເງິນຂອງຫວຽດນາມ, ໜູນຊ່ວຍຫວຽດນາມຍົກສູງລະດັບການບໍລິຫານງານ…

     ສ່ວນ ທ່ານນາງ ສະເນຊານາ ສຕໍໂກວິກ ຮອງປະທານຮອງປະທານບໍລິສັດການເງິນສາກົນ IFC ໄດ້ເຫັນດີກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ຮ່ວມມືກັບບັນດາສຳນັກງານການເງິນຂອງຫວຽດນາມ ພ້ອມທັງໃຫ້ຮູ້ວ່າ IFC ພວມຮ່ວມມືກັບບັນດາວິສາຫະກິດ ແລະ ທະນາຄານຂອງຫວຽດນາມຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດທະນາຢ່າງສົດໃສຂອງວິສາຫະກິດ ແລະ ທະນາຄານຫວຽດນາມ. 
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top