• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ສ.ເຊັກໂກ ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ່າງເປັນທາງການ

      ຕອນເຊົ້າວັນທີ 17 ເມສາ, ທີ່ສຳນັກງານນາຍົກລັດຖະມົນຕີ, ຢູ່ນະຄອນຫລວງ Praha, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ໄດ້ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ. 

ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ໄດ້ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ
ຫວຽດນາມ ຫງວຽນຊວນຟຸກ  (ພາບchinhphu.vn)
      ພິທີຕ້ອນຮັບໄດ້ດຳເນີນຕາມພິທີການທີ່ສະຫງວນໃຫ້ແກ່ການນຳຂັ້ນສູງ. ສິ້ນສຸດພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການພົບປະເຈລະຈາ.
    ທີ່ການເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະ ເປັນເອກະພາບສົມທົບກັນຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ເຊັກໂກ.
     ເມື່ອຕີລາຄາກ່ຽວກັບການຮ່ວມມືທາງດ້ານການຄ້າ-ການລົງທຶນລະຫວ່າງຫວຽດນາມ - ເຊັກໂກ ທີ່ຍັງບໍ່ທັນທັດທຽມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຫວັງຂອງທັງ 2 ຝ່າຍ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ເຫັນດີເປັນເອກະພາບ ຄວນສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ 2 ປະເທດເຊື່ອມຕໍ່ຄູ່ຮ່ວມມື, ຊອກຮູ້ຕະຫຼາດຂອງກັນ. ທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis ເນັ້ນໜັກວ່າ ປະເທດຂອງທ່ານສະໜັບສະໜູນການເພີ່ມທະວີສາຍພົວພັນລະຫວ່າງຫວຽດນາມ ແລະ EU , ພິເສດຈະຊຸກຍູ້ EU ເຮັດສຳເລັດລະບຽບການໂດຍໄວເພື່ອລົງນາມໃນສັນຍາການຄ້າເສລີຫວຽດນາມ- EU ແລະ ສັນຍາປົກປ້ອງການລົງທຶນໃນຮອບ 1-2 ເດືອນຂ້າງໜ້າ.
    ເມື່ອແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ໝັ້ນໝາຍຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາເວທີປາໄສ  ແລະ ບັນດາອົງການຈັດຕັ້ງສາກົນ, ບັນດາກົນໄກ ສ.ປ.ຊ. ນາຍົກລັດຖະມົນຕີທັງ 2 ທ່ານ ເນັ້ນໜັກເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການປ້ອງກັນຄວາມໝັ້ນຄົງປອດໄພ, ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກັບກົດໝາຍສາກົນ.
    ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ເປັນສັກຂີພິຍານ ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນຂົງເຂດແຮ່ທາດ, ທໍລະນີ, ມາດຕະຖານວັດແທກ ແລະ ຄຸນນະພາບ. ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ເຂົ້າຮ່ວມການປະຊຸມກັບນັກຂ່າວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top