• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຮຽກຮ້ອງກຳລັງຕຳຫຼວດຕ້ອງຖືຜົນປະໂຫຍດແຫ່ງຊາດ ແລະ ຜົນປະໂຫຍດຂອງປະຊາຊົນເປັນເໜືອກ່ວາສິ່ງໃດໝົດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ້ງໄດ້ ຊີ້ແຈ້ງວ່າ: ກຳລັງຕຳຫຼວດຄວນເອົາໃຈໃສ່ວຽກງານສຶກສາອົບຮົມພະນັກງານ, ນັກຮົບກ່ຽວກັບຈັນຍາບັນ, ວິຖີຊີວິດ, ແບບແຜນການເຮັດວຽກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ້ງ ກ່າວຄຳເຫັນທີ່ກອງປະຊຸມຕຳຫຼວດທົ່ວປະເທດ ຄັ້ງທີ 77

ກ່າວຄຳເຫັນທີ່ກອງປະຊຸມຕຳຫຼວດທົ່ວປະເທດ ຄັ້ງທີ 77 ທີ່ດຳເນີນໃນຕອນເຊົ້າວັນທີ 27/12 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ້ງໄດ້ ຊີ້ແຈ້ງວ່າ: ກຳລັງຕຳຫຼວດຄວນເອົາໃຈໃສ່ວຽກງານສຶກສາອົບຮົມພະນັກງານ, ນັກຮົບກ່ຽວກັບຈັນຍາບັນ, ວິຖີຊີວິດ, ແບບແຜນການເຮັດວຽກ: ເພື່ອປະເທດຊາດຈົ່ງລືມຕົວ; ເພື່ອປະຊາຊົນຈົ່ງຮັບໃຊ້. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກການເຄື່ອນໄຫວຂອງກຳລັງຕຳຫຼວດຕ້ອງປະຕິບັດຕາມການຊີ້ນຳຢ່າງຄົບຖ້ວນ ແລະ ຮອບດ້ານຂອງພັກ, ລັດ, ປະກອບສ່ວນຢ່າງໄດ້ການໄດ້ງານເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

    ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ວິເຄາະ ແລະ ຄາດຄະເນການຜັນແປ ແລະ ຜົນກະທົບຂອງສະພາບການ, ຮັບຮູ້ຢ່າງຄົບຖ້ວນກ່ຽວກັບກາລະໂອກາດ, ຂໍ້ສະດວກ ແລະ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ກໍ່ສ້າງກຳລັງຕຳຫຼວດປະຊາຊົນ. ເປັນເອກະພາບທາງດ້ານບັນດາແຜນນະໂຍບາຍ ແລະ ວິທີການປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງວຽກງານທຸກດ້ານ, ຕັດສິນໃຈປະຕິບັດບັນດາເປົ້າໝາຍ, ໜ້າທີ່ວຽກງານໃນປີ 2022 ແລະ ຊຸມປີຕໍ່ໄປຢ່າງມີໄຊ.

ກອງປະຊຸມຖືກດຳເນີນໃນເວລາ 3 ວັນ ແລະ ຈະອັດລົງໃນວັນທີ 29 ທັນວາ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top