• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດມີການພົບປະກັບບັນດາສະມາຊິກ ສະພາ ແຫ່ງຊາດເພດຍິງຊຸດທີ XIV

      ນັບແຕ່ເມື່ອສະພາແຫ່ງຊາດຊຸດທີ I ປີ 1946ເປັນຕົ້ນມາ, ຖັນແຖວພະນັກງານເພດຍິງໄດ້ມີການພັດທະນາ ນັບທັງດ້ານຈຳນວນ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ
ຫງວຽນທິກິມເງິນ ເຂົ້າຮ່ວມການພົບປະ
      ຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະທານສະຫະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບກຸ່ມສະມາຊິກ ສະພາແຫ່ງຊາດເພດຍິງຊຸດທີ XIV, ຈັດຕັ້ງການພົບປະກັບ ສະມາຊິກ ສະພາແຫ່ງຊາດເພດຍິງເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການພະນັກງານເພດຍິງໃນປັດຈຸບັນ ແລະ ການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ .
            ນັບແຕ່ເມື່ອສະພາແຫ່ງຊາດຊຸດທີ I ປີ 1946ເປັນຕົ້ນມາ, ຖັນແຖວພະນັກງານເພດຍິງໄດ້ມີການພັດທະນາ ນັບທັງດ້ານຈຳນວນ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ. ໃນຫຼາຍສະໄໝທີ່ຜ່ານມາ, ຫວຽດນາມຍາມໃດກໍ່ມີຮອງປະທານປະເທດແມ່ນແມ່ຍິງ ແລະ ປັດຈຸບັນ ແມ່ຍິງ 3 ທ່ານ ໄດ້ເປັນມີ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດພ້ອມກັບພະນັກງານເພດຍິງຫຼາຍຄົນ ທີ່ພວມດຳລົງຕຳແໜ່ງສຳຄັນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ອັດຕາສະມາຊິກ ສະພາແຫ່ງຊາດເພດຍິງຊຸດທີ XIV ບັນລຸໄດ້ 26,72%, ມາຮອດປັດຈຸບັນ ແມ່ນ 27,1% ສູງກ່ວາເມື່ອທຽບໃສ່ລະດັບສະເລ່ຍຂອງພາກພື້ນ ອາຊີ ແລະ ທົ່ວໂລກ, ອັດຕາສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ, ເມືອງ, ຕາແສງລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ກັບສະໄໝກ່ອນ.
            ກ່າວຄຳເຫັນທີ່ການພົບປະ, ທ່ານນາງຕ່ອງທິຟອງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ການເຄື່ອນໄຫວຂອງສະຫະພັນແມ່ຍິງ ກັບ ກຸ່ມສະມາຊິກ ສະພາແຫ່ງຊາດເພດຍິງ ຊຸດທີ XIV ມີການປັບປຸງຫຼາຍ. ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານ. ທ່ານນາງກ່າວວ່າ:
        ໃນວິວັດແຫ່ງການເຄື່ອນໄຫວ, ກຸ່ມສະມາຊິກສະພາແຫ່ງຊາດເພດຍິງຫວຽດນາມໄດ້ຮັບການຕີລາຄາສູງຢູ່ເວທີສາກົນ. ບັນດາການເຄື່ອນໄຫວໃນການພົວພັນທາງການທູດ, ລັດຖະສະພາລ້ວນແຕ່ມີການເຂົ້າຮ່ວມຂອງກຸ່ມສະມາຊິກສະພາແຫ່ງຊາດເພດຍິງຫວຽດນາມ, ໃນນັ້ນມີປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມເປັນເຈົ້າພາບຈັດຕັ້ງບັນດາເວທີປາໄສສາກົນສຳເລັດດ້ວຍ ບັນດາຂໍ້ລິເລີ່ມທີ່ຍົກອອກມານຳໃຊ້ເຂົ້າໃນພຶດຕິກຳຕົວຈິງ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top