• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວັນຟຸກ: ລັດຖະບານອຸດສ່ວນຢ່າງສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ປະຊາຊົນ

ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການພົບປະສະຫຼຸບອາຍຸການ 2016 – 2021 ຂອງລັດຖະບານ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວຄຳເຫັນທີ່ການພົບປະ. (ພາບ: VGP)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນຕະຫຼອດອາຍຸການ 5 ປີຜ່ານມາ, ໃນສະພາບໂລກ ແລະ ພາກພື້ນມີການຜັນແປຫຼາຍຢ່າງ, ສະພາບການຢູ່ພາຍໃນປະເທດມີຄວາມສະດວກ, ກາລະໂອກາດສະຫຼັບກັບຄວາມຫຍຸ້ງຍາກ, ສືບທອດບັນດາຜົນງານທີ່ຍິ່ງໃຫຍ່ ແລະ ເສີມຂະຫຍາຍບົດຮຽນອັນລ້ຳຄ່າຂອງ 30 ປີແຫ່ງການປ່ຽນແປງໃໝ່, ພາຍໃຕ້ການນຳພາຂອງພັກ, ລັດ, ຄວາມເອົາໃຈໃສ່ສະໜັບສະໜູນຂອງສະພາແຫ່ງຊາດ; ລັດຖະບານອາຍຸການ 2016 – 2021 ໄດ້ເຮັດວຽກຈົນສຸດຄວາມສາມາດຂອງຕົນດ້ວຍທິດນຳທີ່ວ່າ: ສ້າງລັດຖະບານແຫ່ງການສ້າງສາ, ພັດທະນາຄວາມສັດຊື່ບໍລິສຸດ, ມີການກະທຳ, ຮັບໃຊ້ປະຊາຊົນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ພັກກິນເບັ້ຍບຳນານ ຫຼື ສືບຕໍ່ເຮັດວຽກ, ບັນດາສະມາຊິກລັດຖະບານອາຍຸການ 2016 – 2021 ກໍ່ຈະສືບຕໍ່ເສີມຂະຫຍາຍຈິດໃຈປະຕິວັດ, ປະກອບສ່ວນໃຫ້ແກ່ພັກ, ປະຊາຊົນ ແລະ ປະເທດຊາດ, ເພື່ອແນໃສ່ປະກອບສ່ວນນຳປະເທດ ຫວຽດນາມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top