• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານງານລ້ຽງສາກົນເນື່ອງໃນໂອກາດວັນຊາດທີ 2 ກັນຍາ

      ຕອນຄ່ຳວັນທີ 31 ສິງຫາ, ຢູ່ສູນກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ເປັນປະທານງານລ້ຽງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າ, ຫົວໜ້າອຸປະທູດບັນດາອົງການຈັດຕັ້ງສາກົນ ພ້ອມກັບບັນດາພັນລະຍາ, ສາມີປະຈຳຫວຽດນາມ ຢ່າງສົມກຽດເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2017).

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານງານລ້ຽງສາກົນ
ເນື່ອງໃນໂອກາດວັນຊາດທີ 2 ກັນຍາ)
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ສືບຕໍ່ມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນພັດທະນາ, ສັດຊື່ບໍລິສຸດ, ກະທຳ, ຮັບໃຊ້ປະຊາຊົນ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ດ້ວຍຄວາມມານະພະຍາຍາມຂອງຕົນ ແລະ ການໜູນຊ່ວຍຂອງຫຼາຍປະເທດ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າຮັບຮູ້.
        “ປະຈຸບັນ, ພວກຂ້າພະເຈົ້າພວມສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂບຸກທະລຸ ແລະ ມີການກະທຳຢ່າງຂ້ຽວຂາດໃນການຊີ້ນຳບໍລິຫານ; ຍົກສູງສະມັດຕະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ສູ້ຊົນຮັບປະກັນຄາດໝາຍເຕີບໂຕ ແລະ ພັດທະນາຢ່າງມີປະສິດທິຜົນ, ໝັ້ນຄົງ, ກວມລວມຢູ່ໃນລະດັບສູງສຸດ…”
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈ ແລະ ປາດຖະໜາສືບຕໍ່ໄດ້ຮັບບັນດາອາລົມຈິດອັນດີງາມ, ການສະໜັບສະໜູນອັນລ້ຳຄ່າ, ການຮ່ວມມືຢ່າງມີປະສິດທິຜົນຂອງລັດຖະບານ, ປະຊາຊົນບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ພາກພື້ນ ແລະ ບັນດາຄູ່ຮ່ວມມື, ເພື່ອນມິດສາກົນ…
(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top