• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມແກ້ໄຂຜົນຮ້າຍໄພນ້ຳຖ້ວມ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມຜ່ານ​ເຄືອ​ຂ່າຍ​ອິ​ນເຕີ​ເນັດ
ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ

      ຕໍ່​ໜ້າ​ສະ​ພາບ​ຝົນ​ຕົກ​ນ້ຳ​ຖ້ວ​ມ​ທີ່​ພວມ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ​ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກູ້​ໄພ​ກູ້​ຊີບ ຈັດ​ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິ​ນເຕີ​ເນັດ​ກັບການ​ນຳ 9 ແຂວງ​ພາກ​ກາງ​ເພື່ອ​ສືບ​ຕໍ່​ພ້ອມ​ກັບບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ໄພ​ນ້ຳ​ຖ້ວມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເວົ້າ​ວ່າ:

    “ ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຊີ້​ນຳ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ ຕ້ອງ​ສົ​ມ​ທົບ​ກັບ​ກຳ​ລັງ​ຊາວ​ໜຸ່ມ, ໄວ​ໜຸ່ມ​ເພື່ອໄປ​ຊ່ວຍ​ເຫຼືອປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ​ນ້ຳ​ຖ້ວມ, ປຸກ​ເຮືອນ​ໃຫ້​ເຂົາ​ເຈົ້າ​ຄືນ​ໃໝ່, ບໍ່​ປະ​ໃຫ້​ເຂົາ​ເຈົ້າ​ຖືກ​ຕົກ​ຢູ່​ສະ​ພາບ ນອນ​ກາງ​ດິນ ກິນ​ກາງ​ຊາຍ. ສຸມ​ໃສ່​ບູ​ລະ​ນະ​ພື້ນ​ຖານ​ໂຄງ​ລ່າງ, ຟື້ນ​ຟູ​ການ​ຜະລິດ​ລະ​ດູ​ໜາວ​ຕໍ່​ລະ​ດູ​ບານ​ໃໝ່, ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ ”.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top