• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີພົບປະບັນດາຊາວໜຸ່ມຫວຽດນາມທີ່ດີເດັ່ນ


ທ່ານ  ຫງວຽນ​ຊວນ​ຟຸກ ​ພົບປະ​ກັບ​ຊາວ​ໜຸ່ມ​ຫວຽດນາມ​
ທີ່​ດີ​ເດັ່ນ 10 ຄົນ ​ແລະ ຊາວ​ໜຸ່ມ​ທີ່​ມີ​ແງ່​ຫວັງ 10 ຄົນ​ໃນ​ປີ 2016

 
      ຕອນ​ເຊົ້າ​ວັນ​ທີ 19/3, ຢູ່​ສຳນັກງານ​ລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການພົບປະ​ກັບ​ຊາວ​ໜຸ່ມ​ຫວຽດນາມ​ທີ່​ດີ​ເດັ່ນ 10 ຄົນ ​ແລະ ຊາວ​ໜຸ່ມ​ທີ່​ມີ​ແງ່​ຫວັງ 10 ຄົນ​ໃນ​ປີ 2016. ທ່ານ​ນາຍົກລັດຖະມົນຕີຕີລາຄາ​ວ່າ, ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້​ລ້ວນ​ແຕ່​ເປັນ​ຄົນ​ສະຫຼາດ​ສະຫຼຽວ, ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ອົງອາດ​ກ້າຫານ ​ແລະ ມີ​ຄວາມ​ເມົາ​ມົວ​ກັບ​ການ​ປະດິດ​ສ້າງ​ທີ່​ສຸດ, ​ເຂົາ​ເຈົ້າ​ໄດ້​ຮຳ່ຮຽນ, ບືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໂດຍ​ຮັບຮູ້ບັນດາຄວາມ​ເຫັນ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງບັນດາຊາວ​ໜຸ່ມ​ຫວຽດນາມ​ທີ່​ດີ​ເດັ່ນ ​ແລະ ​​ຊາວ​ໜຸ່ມ​ທີ່ເຕັມ​ໄປ​ດ້ວຍແງ່​ຫວັງ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ, ມະຫາວິທະຍາ​ໄລ​ບໍ່​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ. ​ເປັນ​ຄົນ​ພິການ​ບໍ່​ໝາຍ​ຄວາມ​ວ່າ​ບໍ່​ມີ​ປະ​ໂຫຍ​ດ, ຫາກ​ຍັງ​ສາມາດ​ປະກອບສ່ວນ​ໃຫ້​ສັງຄົມ​ໄດ້. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ:
      “​ເລື່ອງ​ຮັບຮອງ​ນາມມະຍົດ​ຊາວ​ໜຸ່ມ​ ຫວຽດນາມ ທີ່​ດີ​ເດັ່ນ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ໄດ້​ຮັບ​ການ​ຍ້ອງຍໍ​ແຕ່ລະຄົນ​ອີກ​ດ້ວຍ. ພວກ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ຄິດ​ວ່າ, ພວກ​ເພື່ອນ​ຈະ​ສືບ​ຕໍ່​ເປັນ​ແກ່ນສານ​ທີ່​ຫຼັກ​ແຫຼ່ງ, ​ແຜ່​ຂະຫຍາຍ​ບັນດາ​ຄຸນຄ່າ​ທີ່​ດີງາມ, ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃຫ້​ບັນດາ​ເພື່ອນ​ໜຸ່ມ​ຮຳ່ຮຽນ ​ແລະ ປະຕິ​ບັດ​ຕາມ. ປະກອບສ່ວນ​ພັດທະນາ​ຊາວ​ໜຸ່ມ ຫວຽດນາມ​ໃນ​ໄລຍະ​ໃໝ່​ຂອງ​ປະ​ເທດ​ຊາດ, ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ໄລຍະ​ທີ່​ພວກ​ເຮົາ​ພວມຢືນ​ຢູ່​ຕໍ່ໜ້າການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4“.
      ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ພັກ, ລັດ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ລຸ້ນໜຸ່ມ​​ເສີມ​ຂະຫຍາຍ​ນຳ້​ໃຈ​ປະດິດ​ສ້າງ, ປະກອບ ສ່ວນ​ອຸທິດ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top