• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮ້ອງ10ຄົນໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດງານປະກວດສຽງເພງອາຊຽນ+3

      ຕອນຄ່ຳວັນທີ 19 ສິງຫາ ຢູ່ ເຊີມເຊີນ, ນະຄອນ ແທງຮວາ, ງານປະກວດສຽງເພງ ອາຊຽນ+3  ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ໄດ້ດຳເນີນຮອບຮອງຊະນະເລີດ. ຄະນະກຳມະການຕັດສິນໄດ້ຄັດເລືອກນັກຮ້ອງດີເດັ່ນ 10 ຄົນ ສືບຕໍ່ເຂົ້າຮ່ວມຮອບຊີງຊະນະເລີດໃນຕອນຄ່ຳວັນທີ 20 ສິງຫາ.

ນັກຮ້ອງ10 ຄົນໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດງານປະກວດສຽງເພງ ອາຊຽນ+3
      ນັກຮ້ອງ 10 ຄົນເຂົ້າຮ່ວມງານປະກວດໃນຕອນຄ່ຳວັນທີ 20 ສິງຫາ ໄດ້ຮັບການຕີລາຄາວ່າ ແມ່ນບັນດານັກຮ້ອງຫນຸ່ມທີ່ມີຄວາມເກັ່ງກ້າສາມາດ. ພົ້ນເດັ່ນຄື: ນັກຮ້ອງ ທູລານ ມາຈາກ ຫວຽດນາມ, ນັກຮ້ອງ Alvir Anthony Subrado ມາຈາກຟີລີບປີນ, NiNi Khin Zaw ມາຈາກປະເທດ ມຽນມາ, Chamroeun Sopher ມາຈາກ ກຳປູເຈຍ.. ນັກດົນຕີ ໂດຮົ່ງກວນ, ຮອງສາດສະດາຈານ, ປະທານ ສະມາຄົມນັກດົນຕີ ຫວຽດນາມ, ຫົວຫນ້າຄະນະກຳມະການຕັດສິນໃຫ້ຮູ້ວ່າ: ບັນດານັກຮ້ອງ ລ້ວນແຕ່ມີສຽງດີ, ຫລາຍຄົນແມ່ນນັກຮ້ອງອາຊີບ ໄດ້ຮັບການບຳລຸງສ້າງເປັນລະບົບ.
      ໃນຮອບຊີງຊະນະເລີດ ງານປະກວດ “ສຽງເພງ ອາຊຽນ +3” ຈະໄດ້ອອກອາກາດສົດ    ຜ່ານຄື້ນກະຈາຍສຽງ ແລະ ໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ ລວມມີ: VTC1, VTC 3, VOVTV, VOV3, VOV5.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top