• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຍິງປືນ ຮວ່າງຊວນວິງ ຂອງຫວຽດນາມມີຊື່ໃນກຸ່ມ 10 ນັກກິລາຜົນງານສູງໃນໂອລິມປິກ ຣີໂອ 2016


ນັກ​ຍິງ​ປືນ ຮ​ວ່າງ​ຊວນ​ວິງ ຂອງ​ຫວຽດ​ນາມ ໄດ້​ມີ​ຊື່​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​
ບັນ​ດາ​ນັກ​ກິ​ລາ​ຄ້​ວາ​ໄດ້ຫຼຽນ​ລາງວັນຫຼາຍກວ່າ​ໝູ່​ຢູ່ ໂອ​ລິມ​ປິກ ຣີ​ໂອ
2016

      ດ້ວຍ​ຜົນ​ງານ 1 ຫຼຽນ​ຄຳ, 1 ຫຼຽນ​ເງິນ, ນັກ​ຍິງ​ປືນ ຮ​ວ່າງ​ຊວນ​ວິງ ຂອງ​ຫວຽດ​ນາມ ໄດ້​ມີ​ຊື່​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ບັນ​ດາ​ນັກ​ກິ​ລາ​ຄ້​ວາ​ໄດ້ຫຼຽນ​ລາງວັນຫຼາຍກວ່າ​ໝູ່​ຢູ່ ໂອ​ລິມ​ປິກ ຣີ​ໂອ 2016. ໄລ່​ສະ​ເພາະຫຼຽນ​ຄຳ​ຮອດ​ມື້​ແຂ່ງ​ຂັນວັນ​ທີ 11/8, ນັກ​ຍິງ​ປືນ ຮ​ວ່າງ​ຊວນ​ວິງ ຂອງ​ຫວຽດ​ນາມ ຢືນ​ອັນ​ດັບ​ທີ 10. ນອກ​ຈາກນັ້ນ, ນັກ​ຍິງ​ປືນ ຮ​ວ່າງ​ຊວນ​ວິງ ຂອງ​ຫວຽດ​ນາມ ຍັງ​ມີ​ຊື່​ໃນ​ຕາ​ຕະ​ລາງ​ຄຳບັນ​ດາ​ນັກ​ກິ​ລາ​ສາ​ມາດ​ທຳ​ລາຍ​ສະ​ຖີ​ຕິ​ໃນ​ງານ​ແຂ່ງ​ຂັນ​ກິ​ລາໂອ​ລິມ​ປິກ ຣີ​ໂອ 2016. ນັກ​ຍິງ​ປືນ ຮ​ວ່າງ​ຊວນ​ວິງ ຂອງ​ຫວຽດ​ນາມຍັງ​ມີ​ຊື່​ໃນ​ກຸ່ມ​ນັກ​ກິ​ລາ​ທີ 6 ຂອງ​ຕາ​ຕະ​ລາງ​ຜົນ​ງານ​ຕາມ​ຈຳ​ນວນຫຼຽນ​ລາງວັນ, ທຽບ​ເທົ່າ​ກັບ​ນັກ​ກິ​ລາ​ຕ່າງ​ປະ​ເທດ​ຄົນ​ອື່ນໆ​ທີ່​ມີ​ຊື່​ສຽງ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top