• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງໆຕັ້ງໜ້າໃນການປ້ອງກັນ,ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່

      ອຳນາດການປົກຄອງທ້ອງຖິ່ນຕ້ອງເພີ່ມທະວີວຽກງານປ້ອງກັນ, ຕ້ານເຊື້ອພະຍາດ; ຈັດແບ່ງຜູ້ປະຈຳການ 24/24 ຊົ່ວໂມງ ແລະ ລາຍງານປະຈຳວັນກ່ຽວກັບສະພາບການເຊື້ອພະຍາດໃນບໍລິເວັນແຂວງ.

(ທ່ານ ຢາງປາວໝີ, ເລຂາຄະນະພັກແຂວງລາຍເຈົາ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດ nCoV)
      ທ່ານນາງ ຢາງປາວໝີ, ເລຂາຄະນະພັກແຂວງລາຍເຈົາ ແລະ ຄະນະປະຕິບັດງານຂອງແຂວງຫາກໍ່ມີການເຮັດວຽກກັບການນຳເມືອງຊາຍແດນ ຟອງໂຖ ແລະ ໄປກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ເຂດຊາຍແດນຂຶ້ນກັບຕາແສງ ໂຮຍລວງ ແລະ ມາລີຟໍ. ຢູ່ບັນດາສະຖານທີ່ກວດກາ, ທ່ານນາງ ຢາງປາວໝີ ຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຕ້ອງເພີ່ມທະວີວຽກງານປ້ອງກັນ, ຕ້ານເຊື້ອພະຍາດ; ຈັດແບ່ງຜູ້ປະຈຳການ 24/24 ຊົ່ວໂມງ ແລະ ລາຍງານປະຈຳວັນກ່ຽວກັບສະພາບການເຊື້ອພະຍາດໃນບໍລິເວັນແຂວງ.
          ຢູ່ແຂວງ ຕວຽນກວາງ, ຂະແໜງສາທາລະນະສຸກແຂວງ ໄດ້ສ້າງຕັ້ງ, ຮັກສາບັນດາກອງຮັບມືດ່ວນກັບເຊື້ອພະຍາດ; ຈັດຕັ້ງການປະຈຳການປ້ອງກັນ, ຕ້ານເຊື້ອພະຍາດຢູ່ບັນດາຫົວໜ່ວຍການແພດ, ກະກຽມໜູ່ນຊ່ວຍທ້ອງຖິ່ນສຸກເສີນ, ປິ່ນປົວຄົນເຈັບເມື່ອມີຄຳຮຽກຮ້ອງ… ທ່ານ ຮ່ວາງແມັງຮຸ່ງ, ຫົວໜ້າສູນຄວບຄຸ້ມພະຍາດແຂວງ ຕວຽນກວາງ, ໃຫ້ຮູ້ວ່າ.
          ຂະແໜງສາທາລະນະສຸກໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ຈັດຕັ້ງກອງປະຊຸມ ແລະ ມອບໜ້າທີ່ໃຫ້ບັນດາຂະແໜງ, ບັນດາເມືອງຢ່າງລະອຽດ; ປະຕິບັດການຕິດຕາມຜູ້ອອກແຮງງານທີ່ເຮັດວຽກຢູ່ຕ່າງປະເທດກັບເມືອປະເທດ, ລະອຽດແມ່ນເຮັດວຽກຢູ່ຈີນ. ພິເສດ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມບັນດາຜູ້ໄດ້ພົບປະກັບຜູ້ຖືກຕິດເຊື້ອພະຍາດ”.
          ສ່ວນຢູ່ແຂວງດັ໊ກລັ໊ກ, ຄະນະພັກແຂວງດັ໊ກລັ໊ກ ໄດ້ປະກາດໃຊ້ຄຳສັ່ງກ່ຽວກັບວຽກງານເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວໃນບໍລິເວັນແຂວງ. ຄຳສັ່ງຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການ, ທ້ອງຖິ່ນສຸມໃສ່ໂຄສະນາເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບບັນດາໄພຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະ ມີບັນດາມາດຕະການປ້ອງກັນ, ຫຼີກລ້ຽງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top