• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຮອງ ນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ລັດຖະບານ ຫວຽດນາມ ສ່າງຄວາມສະດວກເພື່ອ ວິສາຫະກິດຕ່າງປະເທດ ເຄື່ອນໄຫວຍາວນານຢູ່ ຫວຽດນາມ

ຕອນບ່າຍວັນທີ 17 ທັນວາຢູ່ ສຳນັກງານນາຍົກລັດຖະມົນຕີ ທີຮ່າໂນ້ຍ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບ ທ່ານ Chris Helzer ປະທານກຸ່ມບໍລິສັດ NIKE . 
 
ທ່ານ ຮອງ ນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ລັດຖະບານ ຫວຽດນາມ ຕ້ອນຮັບ ທ່ານ Chris Helzer ປະທານກຸ່ມບໍລິສັດ NIKE (ພາບ:TTXVN) 

ນະທີ່ນີ້, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າລັດຖະບານ ຫວຽດນາມ ຍາມໃດກໍ່ຍູ້ແຮງການປະຕິຮູບການບໍລິຫານ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດພັດທະນາ, ໃນນັ້ນມີບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນ ອາເມລິກາ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຫວັງວ່າໃນໄລຍະຈະມາເຖິງ, NIKE

ຈະເປີດກວ້າງສາລະບານວັດຖຸດິບທີ່ນຳໃຊ້ຢູ່ ຫວຽດນາມ, ເພີ່ມອັດຕາສ່ວນການຜະລິດຢູ່ພາຍໃນ, ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດເພື່ອເຂົ້າຮ່ວມລະບົບສະໜອງຂອງ NIKE. ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເນັ້ນໜັກວ່າລັດຖະບານຍາມໃດກໍ່ພ້ອມແລ້ວທີ່ຈະແກ້ໄຂບັນດາຂໍ້ຄົງຄ້າງ, ສ້າງເງື່ອນໄຂສະດວກເພື່ອໃຫ້ NIKEເຄື່ອນໄຫວຍາວນານໝັ້ນຄົງຢູ່ ຫວຽດນາມ.

ເມື່ອຕ້ອນຮັບ ທ່ານ Timothy F. Geithner ປະທານກອງທຶນການລົງທຶນ Warburg Pincus ທົ່ວໂລກ , ອະດີດລັດຖະມົນຕີກະຊວງການເງິນ ອາເມລິກາ ໄລຍະ (2009-2013), ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ປາຖະໜາຢາກໃຫ້ກອງທຶນສືບຕໍ່ການລົງທຶນ ແລະ ເປີດກ້ວາງບັນດາຂົງເຂດເຊິ່ງລັດຖະບານ ຫວຽດນາມ ສົ່ງເສີມຄືພື້ນຖານໂຄງລ່າງ, ເຕັກໂນໂລຢີສູງ, ຜະລິດວັດສະດຸໃໝ່, ການຜະລິດພະລັງງານຄືນໃໝ່, ອຸດສະຫະກຳໜູນຊ່ວຍ, ເຕັກໂນໂລຢີຂໍ້ມູນຂ່າວສານ… ທ່ານ ຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາເປີດປະຕູສຳລັບນັກລົງທຶນຕ່າງປະເທດເປັນຕົ້ນແມ່ນໃນຂົງເຂດການບໍລິການຖືກຕາມຂັ້ນຕອນໃນສັນຍາການຄ້າເສລີຫຼາຍຝ່າຍ ແລະ ສອງຝ່າຍໄດ້ສະບັບຕ່າງໆທີ່ໄດ້ເຊັນກັນ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top