• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນ​ວັນ​ບິ່ງ ຫົ​ວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ການ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ແອັດ​ສະປາຍ

ໃນລະຫວ່າງວັນທີ 23 ແລະ 24 ກັນຍາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດ ສູນກາງພັກກອມມູນິດ ຫວຽດນາມ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ແອັດສປາຍ.

ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມເຮັດວຽກຢູ່  ສະຖາບັນຄົ້ນຄ້ວາພະບໍລົມວົງສານຸວົງ ແອັດສະປາຍ (ພາບ: TTXVN )

ທີ່ການເຮັດວຽກ ກັບຜູ້ຕາງໜ້າການນຳລັດຖະບານ ແອັດສະປາຍ, ທ່ານ ຫງວຽນວັນບິ່ງ ໄດ້ຂອບໃຈແອັດສະປາຍທີ່ໄດ້ສະໜັບສະໜູນການລົງນາມໃນບັນດາສັນຍາການຄ້າເສລີ ແລະ ອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ EU (EVFTA, IPA), ສະເໜີໃຫ້ລັດຖະບານ ແລະ ສະພາແຫ່ງຊາດແອັດສະປາຍສືບຕໍ່ສະໜັບສະໜູນເລື່ອງໃຫ້ສັດຕະຍາບັນສົນທິສັນຍາສອງສະບັບດັ່ງກ່າວນີ້ຢູ່ລັດຖະສະພາເອີລົບ.

ທີ່ການແລກປ່ຽນກັບສະຖາບັນຄົ້ນຄ້ວາພະບໍລົມວົງສານຸວົງ ແອັດສະປາຍ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ, ການເມືອງແອັດສະປາຍ ແລະ EU ຢ່າງເລິກເຊິ່ງ, ກໍ່ຄືບາງບັນຫາໃຫຍ່ຂອງພາກພື້ນ ແລະ ສາກົນ. ທ່ານ ຫງວຽນວັນບິ່ງ ກໍ່ແຈ້ງໃຫ້ຝ່າຍ ແອັດສະປາຍ ຮັບຊາບກ່ຽວກັບບັນດາການກະທຳລະເມີດສິດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳ ໃນເຂດໄຫຼ່ທະວີບ ແລະ ເຂດເສດຖະກິດພິເສດຂອງ ຫວຽດນາມຢູ່ທະເລຕາເວັນອອກ, ພ້ອມທັງສະເໜີໃຫ້ ແອັດສະປາຍ ສະໜັບສະໜູນ ຫຼັກໝັ້ນຂອງ ຫວຽດນາມໃນບັນຫານີ້. ສ່ວນທ່ານ Charles Powell ຜູ້ອຳນວຍການສະຖາບັນຄົ້ນຄ້ວາພະບໍລົມວົງສານຸວົງໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງ ຫວຽດນາມໃນການແກ້ໄຂບັນດາບັນຫາທີ່ສັບສົນຢູ່ທະເລຕາເວັນອອກ, ພ້ອມທັງຢັ້ງຢືນຫຼັກໝັ້ນຂອງ ແອັດສະປາຍແມ່ນ ສະໜັບສະໜູນ ການນຳໃຊ້ກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ1982, ເພື່ອແກ້ໄຂບັນດາການຂັດແຍ່ງທາງດ້ານເຂດນ້ຳແດນດິນ.

ໃນການພົບປະກັບທ່ານ Enrique Santigo Romero ເລຂາທິການໃຫຍ່ພັກກອມມູນິດ ແອັດສະປາຍ ແລະ ຜູ້ຕາງໜ້າການນຳສຳພັນທະມິດຝ່າຍຊ້າຍເອກະພາບ (IU), ທ່ານ ຫງວຽນວັນບິ່ງ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນກັບພັກກອມມູນິດ ແອັດສະປາຍ ແລະ IU.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top