• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ເປັນ​ປະ​ທານກອງ​ປະ​ຊ​ຸມນັດ​ສາ​ມັນ ​​ເດືອນ ທັນ​ວາ ຂອງ ລັດ​ຖະ​ບານ

ຕອນບ່າຍວັນທີ 31 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ລັດຖະບານໄດ້ຈັດຕັ້ງກອງປະຊຸມນັດສາມັນເດືອນສຸດທ້າຍຂອງປີ 2019. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມນັດສາມັນ ເດືອນ ທັນວາ ຂອງ ລັດຖະບານ (ພາບ: VGP)

ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງບົດລາຍງານໂດຍຫຍໍ້ກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປັບໄໝການກະທຳຜິດດ້ານການບໍລິຫານ,ລາຍງານໝາກຜົນການປະກອບຄຳເຫັນຂອງສະມາຊິກລັດຖະບານກ່ຽວກັບ 3 ຂໍ້ສະເໜີສ້າງກົດໝາຍ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງ.

        ທີ່ກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຕົກລົງມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮັບເອົາຄຳເຫັນຂອງບັນດາສະມາຊິກ ລັດຖະບານ, ປະຕິບັດໃບສະເໜີຂອງລັດຖະບານໃຫ້ສົມບູນແບບເພື່ອສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດໃຫ້ອະນຸມັດຜ່ານ ສ້າງມະຕິກ່ຽວກັບຫຼັກການ, ມາດຖານ,  ອັດຕາກຳນົດການແຈກຢາຍເງິນລົງທຶນໄລຍະ 2021 – 2025 ຕາມວິວັດການ, ລະບຽບການທີ່ກະທັດລັດ, ສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນ ຂອງລັດ(ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top