• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ: ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ຖື​ໂຮງ​ຮຽນ​ເປັນ​ພື້ນ​ຖານ, ອາ​ຈານ​ສອນ​ເປັນ​ກຳ​ລັງ​ໜູນ, ສຳ​ມະ​ນາ​ກອນ​ເປັນ​ໃຈ​ກາງ

ຕອນເຊົ້າວັນທີ 22 ກັນຍາ, ຢູ່ ຮ່າໂນ້ຍ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2021 – 2022 ຂອງວິທະຍາຄານປ້ອງກັນຊາດ (ກະຊວງປ້ອງກັນປະເທດ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ການສຶກສາບຳລຸງສ້າງຖັນແຖວພະນັກງານຂັ້ນສູງຂອງພັກ, ລັດ ແລະ ກອງທັບ ແມ່ນວຽກງານທີ່ມີຄວາມຈຳເປັນ ແລະ ສຳຄັນ, ມີຄວາມໝາຍຕັດສິນຕໍ່ການພັດທະນາຂອງປະເທດຊາດ, ນຳພາລະກິດປະຕິວັດຂອງພັກໄປສູ່ໄຊຊະນະສຸດທ້າຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ສົກຮຽນ 2021  - 2022 ແມ່ນສົກຮຽນທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XI ແລະ ບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍໃຫຍ່ຂອງພັກ, ສະພາແຫ່ງຊາດ ລັດຖະບານໃນອາຍຸການ 2021 – 2026; ພ້ອມດຽວກັນນັ້ນ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ທົ່ວປະເທດຍັງຄົງຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບອກເຕືອນວິທະຍາຄານບາງໜ້າທີ່ຈຸດສຸມໃນສົກຮຽນ 2021 – 2022 ແລະ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນ ສ້າງບາດກ້າວບຸກທະລຸໃນການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕ້ອງຖືໂຮງຮຽນເປັນພື້ນຖານ, ອາຈານສອນເປັນກຳລັງໜູນ ແລະ ຖືສຳມະນາກອນເປັນໃຈກາງ.

        ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ທາງວິທະຍາຄານຈະເພີ່ມທະວີການຮ່ວມມືສາກົນກ່ຽວກັບການກໍ່ສ້າງ, ສືບຕໍ່ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືກັບບັນດາສຳມະນາກອນ, ມະຫາວິທະຍາໄລແຫ່ງຕ່າງໆ, ສະຖາບັນຄົ້ນຄວ້າການປ້ອງກັນຊາດຂອງບັນດາປະເທດ ແລະ ພື້ນຖານການສຶກສາດ້ານປ້ອງກັນຊາດທີ່ກ້າວໜ້າ, ທັນສະໄໝໃນໂລກ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top