• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ຮ​ຽກ​ຮ້ອ​ຕ້ອງ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ເຂດ​ພ​າກ​ກາງ ດ້ວຍ​ຄ​ວາມ​ຮັ​ບ​ຜິດ​ຊອບ​ສູງ​ສຸດ

ຕອນເຊົ້າວັນທີ 24 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ແບ່ງເບົາຕໍ່ບັນດາຜົນເສຍຫາຍຂອງພໍ່ແມ່ປະຊາຊົນຢູ່ເມືອງກວ໋າງນິງ, ແຂວງ ກວ໋າງບິ່ງ ຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ດ້ວຍນ້ຳໃຈຄວາມຮັບຜິດຊອບສູງສຸດ ຕ້ອງລະດົມທຸກແຫຼ່ງກຳລັງໂດຍໄວ ເພື່ອແກ້ໄຂບັນດາຜົນເສຍຫາຍໂດຍໄວທີ່ສຸດ, ຊ່ວຍເຫຼືອປະຊາຊົນຜູ້ຖືກເສຍຫາຍ ແລະນຳຊີວິດຂອງປະຊາຊົນຢູ່ເຂດພາກກາງກັບຄືນສູ່ເປັນປົກກະຕິໂດຍໄວ.

        ພາຍຫຼັງໄປຮອດແຂວງ ກວ໋າງບິ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມປະຊາຊົນ ຢູ່ຕາແສງ ຮ່ຽນນິງ, ເມືອງ ກວ໋າງນິງ. ນະທີ່ນີ້, ທ່ານໄດ້ລະດົມກຳລັງໃຈປະຊາຊົນຢູ່ຕາແສງ ຮ່ຽນນິງວ່າ.

        “ຕາແສງ ຮ່ຽນນິງ ຖືກເສຍຫາຍເປັນຈຳນວນຫຼາຍໃນເຫດໄພນ້ຳຖ້ວມຄັ້ງປະຫວັດສາດນີ້, ຊັບສິນຂອງພໍ່ແມ່ປະຊາຊົນ, ຂອງທ້ອງຖິ່ນ ແລະ ປະເທດຊາດ ແມ່ນເສຍຫາຍເປັນຈຳນວນຫຼວງຫຼາຍ ແຕ່ກໍໂຊກດີເມື່ອໃນຕາແສງບໍ່ມີຜູ້ເສຍຊີວິດ. ມື້ນີ້, ຂ້າພະເຈົ້າໄດ້ຕາງໜ້າໃຫ້ການນຳພັກ, ລັດ ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ຂໍແບ່ງເບົາຄວາມເສຍຫາຍນີ້, ຫວັງວ່າພໍ່ແມ່ປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກນີ້ໂດຍໄວ. ພັກ, ລັດ ໃນນັ້ນມີກຳລັງທະຫານ ແລະ ຕຳຫຼວດ ຈະສືບຕໍ່ໜູນຊ່ວຍພໍ່ແມ່ປະຊາຊົນເພື່ອຟື້ນຟູພື້ນຖານດ້ານວັດຖຸໂດຍໄວ.”


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ລົງໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ແບ່ງເບົາຕໍ່ບັນດາຜົນເສຍຫາຍຂອງພໍ່ແມ່ປະຊາຊົນຢູ່ເມືອງກວ໋າງນິງ, ແຂວງ ກວ໋າງບິ່ງ (TTXVN) 

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດພາກກາງ, ບາງກະຊວງ, ຂະແໜງການ ກ່ຽວກັບການຟື້ນຟູຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມ. ທ່ານຊີ້ນຳວ່າ:

 

      “ທຳອິດແມ່ນຕ້ອງຖອດຖອນບົດຮຽນໃນການປ້ອງກັນ, ຕ້ານໄພນ້ຳຖ້ວມ ຢູຸ່ພາກກາງ. ທີສອງແມ່ນຜັນຂະຫຍາຍບັນດາວຽກງານທີ່ຕ້ອງເຮັດໃນທັນທີ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ເປັນປົກກະຕິ. ຕົວຢ່າງຄືບັນຫາສິ່ງແວດລ້ອມ ແລະ ໂລກລະບາດ. ຍິ່ງໄປກວ່ານັ້ນແມ່ນບໍ່ປະໃຫ້ປະຊາຊົນຖືກຕົກເຂົ້າສູ່ສະພາບອຶດຫິວ, ເຈັບເປັນ, ນອນກາງດິນກິນກາງຊາຍ, ໃຫ້ນັກຮຽນນັກສຶກສາໄດ້ກັບໄປໂຮງຮຽນປົກກະຕິໂດຍໄວ. ແກ້ໄຂວຽກງານກູ້ໄພກູ້ຊີບຂອງບັນດາທ້ອງຖິ່ນໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີກວ່າ.”

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top