• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ

ວັນທີ 8 ສິງຫາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ພ້ອມດ້ວຍຄະນະ ສ.ສ.ຊ ນະຄອນຮ່າໂນ້ຍ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິງ, ເມືອງຮ່ວານກ້ຽມ ແລະ ເມືອງໄຕໂຮ່.

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງຮ່ວານກ້ຽມ, ຮ່າໂນ້ຍ 

ທີ່ການພົບປະ,  ຜູ້ມີສິດເລືອກຕັ້ງ ຕ່າງກໍຕີລາຄາສູງເນື້ອໃນກອງປະຊຸມສະໄໝສາມັນເທື່ອນີ້ຂອງສະພາແຫ່ງຊາດ ແລະ ເຊື່ອໝັ້ນວ່າ ກອງປະຊຸມສະພາແຫ່ງຊາດຈະປະສົບຜົນສຳເລັດຢ່າງດີງາມ ແລະ ສຳເລັດບັນດາເປົ້າໝາຍ, ໂຄງການທີ່ໄດ້ວາງອອກ. ເພື່ອຕອບແທນຕໍ່ຄວາມເຊື່ອໝັ້ນ ແລະ ຄວາມເຫັນດີຢ່າງສູງຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ເລື່ອງສູນກາງສະເໜີທ່ານຫງວຽນຟູ້ຈ້ອງເພື່ອໃຫ້ສະພາແຫ່ງຊາດແຕ່ງຕັ້ງເປັນປະທານປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຊີ້ແຈ້ງວ່າ : 

    “ ນີ້ບໍ່ແມ່ນກໍລະນີຄວບຕຳແໜ່ງ, ນີ້ແມ່ນກໍລະນີທີ່ທີ່ໂຊກບໍ່ດີ ເຊິ່ງທ່ານປະທານປະເທດ ເຈີນດ້າຍກວາງ ເຖິງແກ່ມໍລະນະກຳ, ປະຈຸບັນ ຕຳແໜ່ງປະທານປະເທດຖືກວ່າງ ແລະ ຕ້ອງມີຜູ້ດຳລົງຕຳແໜ່ງນີ້ໃນທັນທີ່. ສູນກາງພັກໄດ້ເຫັນດີຢ່າງສູງ ສະເໜີເລຂາທິການໃຫຍ່ພັກກອມມູນິດຫວຽດນາມເພື່ອໃຫ້ສະພາແຫ່ງຊາດແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ. ຫາງສຽງຢູ່ພາຍໃນປະເທດ ແລະ ສາກົນກໍໄດ້ເຫັນດີ ແລະ ສະໜັບສະໜູນ ” .
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top