• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ ເລຢວນ, ເຈືອງຈິງ

ເນື່ອງໃນໂອກາດບຸນເຕັດປີຈໍ 2018 ແລະ ສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ (03/02/1930).

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ ເລຢວນ
ຕອນເຊົ້າວັນທີ 14 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ ເລຢວນ, ເລຂາທິການໃຫຍ່ ເຈືອງຈິງ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຫວນຄືນບັນດາຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫລວງຂອງເລຂາທິການໃຫຍ່ ເລຢວນ, ເລຂາທິການໃຫຍ່ ເຈືອງຈິງ ໃນພາລະກິດການປະຕິວັດຂອງພັກ, ຂອງປະເທດຊາດ; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄົນລຸ້ນກ່ອນ, ບັນດາຜູ້ທີ່ປະກອບກຳລັງເຫື່ອແຮງເພື່ອສ້າງສາປະເທດຊາດຄືປັດຈຸບັນ. ໃນບັນຍາກາດທີ່ອົບອຸ່ນຂອງວັນບຸນເຕັດປີຈໍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຢ້ຽມຢາມຖາມຂ່າວກ່ຽວກັບສະພາບຊີວິດການເປັນຢູ່, ການຮ່ຳຮຽນ, ເຮັດວຽກຂອງຍາດຕິພີ່ນ້ອງຄອບຄົວເລຂາທິການໃຫຍ່ ເລຢວນ, ເລຂາທິການໃຫຍ່ ເຈືອງຈິງ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top