
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ ເພີ່ມທະວີການຮ່ວມມືໃນຂົງເຂດນິຕິບັນຍັດ ແລະ ຕິດຕາມກວດກາ
ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ ຢັ້ງຢືນວ່າ ສະພາແຫ່ງຊາດລາວ ຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດສອງປະເທດ ກໍຄືບັນດາກໍາມາທິການຂອງສະພາແຫ່ງຊາດ ຈົ່ງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຄວາມຮູ້ດ້ານວິຊາສະເພາະໃນຂົງເຂດນິຕິບັນຍັດ,ຕິດຕາມກວດກາ ແລະ ການຕັດສິນບັນດາບັນຫາສໍາຄັນຂອງປະເທດ. ພ້ອມກັນນັ້ນ ເພີ່ມທະວີການກວດກາ, ຕິດຕາມກວດກາ, ເລັ່ງລັດ, ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນເລື່ອງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍ້າຂັ້ນສູງສອງພັກ, ສອງລັດ, ສັນຍາຮ່ວມມືລະຫວ່າງລັດຖະບານ ແລະ ໂຄງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.
(ແຫຼ່ງຄັດຈາກ VOV)