ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ  ແຫ່ງ ສປປ. ລາວ ນໍາໜ້າຄະນະ ພວມມີການຢ້ຽມຢາມຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ  ເພີ່ມທະວີການຮ່ວມມືໃນຂົງເຂດນິຕິບັນຍັດ ແລະ ຕິດຕາມກວດກາ

ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ ຢັ້ງຢືນວ່າ ສະພາແຫ່ງຊາດລາວ ຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດຢ່າງມີປະສິດທິຜົນ.

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດສອງປະເທດ ກໍຄືບັນດາກໍາມາທິການຂອງສະພາແຫ່ງຊາດ ຈົ່ງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຄວາມຮູ້ດ້ານວິຊາສະເພາະໃນຂົງເຂດນິຕິບັນຍັດ,ຕິດຕາມກວດກາ ແລະ ການຕັດສິນບັນດາບັນຫາສໍາຄັນຂອງປະເທດ. ພ້ອມກັນນັ້ນ ເພີ່ມທະວີການກວດກາ, ຕິດຕາມກວດກາ, ເລັ່ງລັດ, ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນເລື່ອງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍ້າຂັ້ນສູງສອງພັກ, ສອງລັດ, ສັນຍາຮ່ວມມືລະຫວ່າງລັດຖະບານ ແລະ ໂຄງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

(ແຫຼ່ງຄັດຈາກ VOV)



top