• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຈລະຈາທາງໂທລະສັບກັບທ່ານເລຂາທີໜຶ່ງພັກກອມມູນິດກຸຍບາ

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ພັກ, 2 ລັດໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ. (ພາບ: TTXVN)

ຕອນຄ່ຳວັນທີ 27 ກໍລະກົດ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານ Miguel Díaz-Canel Bermudez, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດແຫ່ງສ.ກຸຍບາ.

ໃນການເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ພັກ, 2 ລັດໃນໄລຍະຈະມາເຖິງ; ເນັ້ນໜັກເຖິງການເພີ່ມທະວີການແລກປ່ຽນຂັ້ນສູງເພື່ອກຳນົດທິດຍຸດທະສາດ, ແບ່ງປັນບົດຮຽນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ ພ້ອມທັງຄົ້ນຄວ້າບັນດາຂົງເຂດໃໝ່ເຊິ່ງ 2 ຝ່າຍມີທ່າແຮງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບ ກຸຍບາ ໃນວິວັດການອັບເດດຮູບແບບເສດຖະກິດ-ສັງຄົມ ສັງຄົມນິຍົມ; ທ່ານເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍຄວາມມານະພະຍາຍາມຂອງ ກຸຍບາ ໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ຜ່ານການສະໜອງເຂົ້າສານເປັນປົກກະຕິ ແລະ ບັນດາໂຄງການພັດທະນາອື່ນໆ.

ສ່ວນທ່ານປະທານປະເທດ ກຸຍບາ Miguel Díaz-Canel Bermudez ເນັ້ນໜັກວ່າ  ກຸຍບາ ກຽມພ້ອມ ແລະ ໃຫ້ບຸລິມະສິດຮ່ວມມືກັບ ຫວຽດນາມ ໃນການຕ້ານໂລກລະບາດ, ໃນນັ້ນມີການສະໜອງ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ- 19 ໃຫ້ແກ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” ແມ່ນ​ຜະ​ລິດ​ຕະ​ພັນຫຼ້າ​ສຸດ ໂດຍ​ໂຮງ​ລະ​ຄອນຟ້ອນ​ລຳ ທັງ​ລອງ ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ໂຮງ​ລະ​ຄອນ​ຟ້ອນ​ລຳ ທັງ​ລອງ (ຮ່າ​ໂນ້ຍ). ​

Top