• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

      ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຢັ້ງຍືນວ່າ ລັດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດບັນດາໜ້າທີ່ຂອງຕົນເປັນຢ່າງດີ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງໃຫ້ການຕ້ອນຮັບທ່ານ Warnery Nicolas. Manuel. Jerome
ເອກອັກຄະລັດຖະທູດ ສ.ຝລັ່ງ ເຂົ້າຍືນສານຕາຕັ້ງ (ພາບ:TTXVN)
      ຕອນເຊົ້າວັນທີ 6 ຕຸລາ, ຢູ່ສຳນັກງານປະທານປະເທດ,ເອກອັກຄະລັດຖະທູດຜູ້ມີອຳນາດເຕັມບັນດາປະເທດລວມມີ: ລາຊະອານາຈັດ ຊຸແອດ, ສ. ຝລັ່ງ, ສະຫະພາບເອີລົບ, ໄອແລນ, ສີລັງກາ, ລາຊະອານາຈັກ ບາເຣັນ, ອັງໂກລາ, ສປປ. ລາວ, ສ. ອຸດສະເບກິດສຖານ, ສ.ເກົາຫຼີ, ສ. ຕັງຊານີ ເຂົ້າຍືນສານຕາຕັ້ງເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸ້ຈ້ອງ, ເນື່ອງໃນໂອກາດມາຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຢູ່ ຫວຽດນາມ.
        ທີ່ການຕ້ອນຮັບບັນດາເອກອັກຄະລັດຖະທູດພາຍຫຼັງພິທີຍືນສານຕາຕັ້ງ, ທ່ານ ຫງວຽນຝຸຈ້ອງໄດ້ສະແດງຄວາມພາກພູນໃຈຕໍ່ການພົວພັນອັນດີງາມ ແລະ ພວມພັດທະນາຕາມທິດຕັ້ງໜ້າລະຫວ່າງ ຫວຽດນາມ ແລະ ບັນດາປະເທດເຊິ່ງບັນດາທ່ານເອກອັກຄະລັດຖະທູດເປັນຜູ້ຕາງໜ້າ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຢັ້ງຢືນວ່າ ລັດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດບັນດາໜ້າທີ່ຂອງຕົນເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top