• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີຝລັ່ງ

      ຕອນບ່າຍວັນທີ 02 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບນາຍົກລັດຖະມົນຕີຝລັ່ງ)
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຊົມເຊີຍເລື່ອງ 2 ຝ່າຍໄດ້ເສີມຂະຫຍາຍ ແລະ ຮັກສາທ່າພົວພັນຄູ່ຮ່ວມມືຍຸດທະສາດຜ່ານຫຼາຍກົນໄກ ແລະ ຮູບແບບການຮ່ວມມື. ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືຝລັ່ງ ແມ່ນຄູ່ຮ່ວມມືແຖວໜ້າຢູ່ເອີລົບ ກໍ່ຄືໃນໂລກ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຕັ້ງໜ້າສົມທົບກັນເພື່ອປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນຫຼາຍຂົງເຂດໃນໄລຍະຜ່ານມາ, ພ້ອມກັນມານະພະຍາຍາມຮັກສາທ່າພັດທະນາຢ່າງຕັ້ງໜ້າໃນການພົວພັນ 2 ຝ່າຍ…
        ສ່ວນທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ຖືວ່າ, ຫວຽດນາມ ແລະ ຝລັ່ງ ມີການພົວພັນພິເສດ, ໄມຕີຈິດ, ດ້ວຍການພັດທະນາຕັ້ງໜ້າຫຼາຍຢ່າງໃນຊຸມປີຜ່ານມາ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃຫ້ບັນລຸປະສິດທິຜົນໃນບັນດາຂົງເຂດໃນໄລຍຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ ແລະ ຍົກ​ລະ​ດັບ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ ແລະ ຍົກ​ລະ​ດັບ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ໃນ​ຂອບ​ເຂດ​ການຢ​້ຽມ​ຢາມ​ ສິ​ງ​ກະ​ໂປ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານປະ​ເທດ ຫວຽດ​ນາມ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສະ​ເໜີ​ຄຳ​ແນະ​ນຳ​ທີ່​ກອງ​ປະ​ຊຸມ Shangri-La.

Top