• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

      ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ທີ່ສຳນັກງານປະທານປະເທດ

ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ
ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ
      ຕອນເຊົ້າວັນທີ 2 ກັນຍາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງການປະຕິວັດເດືອນສິງຫາ (19/8/1945 -19/8/2017) ແລະ ວັນສະຖາປະນາປະເທດ ສສ. ຫວຽດນາມ (2/9/1945 - 2/9/2017), ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ທີ່ສຳນັກງານປະທານປະເທດ, ເຊິ່ງແມ່ນສະຖານທີ່ ເຄີຍດຳລົງຊີວິດ ແລະ ເຮັດວຽກ ໃນຄາວ ຍັງມີຊີວິດຢູ່.
        ແລະກໍ່ໃນວັນທີ 2 ກັນຍາ, ຢູ່ຮ່າໂນ້ຍ, ປະຊາຊົນນັບໝື່ນຄົນທີ່ມາຈາກທຸກແຖບຖິ່ນຂອງປະເທດ ແລະ ແຂກສາກົນ ໄດ້ເຂົ້າສຸສານອາໄລຫາ ປະທານ ໂຮ່ຈີມິນ. ທ່ານນາງ ຟ້າມທິຮ່ວາ, ຢູ່ແຂວງ ແທງຮ໋ວາ, ໃຫ້ຮູ້ວ່າ:
        “ທຸກໆຄົນທີ່ມາຢ້ຽມຢາມ ສຸສານ ປະທານ ໂຮ່ຈີມິນ ກໍ່ລ້ວນແຕ່ມີຄວາມຮູ້ສຶກຄືກັນກັບຂ້າພະເຈົ້າ, ລ້ວນແຕ່ເຫັນວ່າ ປະທານ ໂຮ່ຈີມິນ ແມ່ນຜູ້ນຳທີິ່ຍິ່ງໃຫຍ່ເຊິ່ງໄດ້ຮັບການຮັບຮູ້ຈາກໂລກ. ເມື່ອເຂົ້າໄປໄວ້ອາໄລປະທານ ໂຮ່ຈີມິນ, ຂ້າພະເຈົ້າຮູ້ສຶກໄດ້ວ່າມີຄວາມສັກສິດ, ສະເທືອນໃຈທີ່ສຸດ ຕໍ່ການເສຍສະຫຼະຊີວິດ, ການອຸທິດສ່ວນຂອງເພີ່ນ.”
        ເນື່ອງໃນໂອກາດນີ້, ມີປະຊາຊົນຢູ່ບັນດາແຂວງ, ນະຄອນ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານ ກິມລຽນ, ຕາແສງ ກິມລຽນ, ເມືອງ ນາມດານ (ແຂວງ ເງະອານ), ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ເພີ່ນໃນວັນບຸນເອກະລາດຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top