• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເດີນທາງເຖິງປັກກິ່ງເລີ່ມຕົ້ນການຢ້ຽມຢາມສປຈີນຢ່າງເປັນທາງການ


(ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽນ​ຟູ໋​ຈ້ອງ ແລະ 
ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ)
      ຕອນ​ທ່ຽງ​ວັນ​ທີ 12/1 ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫວຽນ​ຟູ໋​ຈ້ອງ ແລະ ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສ​ປ​ຈີນ​ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​​ຈີນ, ປະ​ທານ​ປະ​ເທດ​ ສ​ປ​ຈີນ ສີ​ຈີ້ນ​ຜິງ . ຕ້ອນ​ຮັບ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫວຽນ​ຟູ໋​ຈ້ອງ ແລະ ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ຢູ່​ສະ​ໜາມ​ບິນ​ປັກ​ກິ່ງ ມີ​ທ່ານ ຊຸງ​ເທົາ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຈີນ ປະ​ຈຳ​ຫວຽດ​ນາມ ຄຸງ​ແຊວ​ຢູງ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຈີນ ດັ້ງ​ມິງ​ຄອຍ ພ້ອມ​ກັບ​ພະ​ນັກ​ງານ, ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ, ປະ​ຕິ​ບັດ​ງານ, ຮ່ຳ​ຮຽນ​ຢູ່​ຈີນ​ເປັນ​ຈໍ​າ​ນວນຫຼວງຫຼາຍ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ກົງ​ກັບ 2 ປະ​ເທດ​ພວມ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 67 ປີ ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ-ຈີນ, ປະ​ຊາ​ຊົນ 2 ປະ​ເທດ​ພວມ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫວຽນ​ຟູ໋​ຈ້ອງ ມີ​ຄວາມ​ໝາຍ​ສຳ​ຄັນ, ກຳ​ນົດ​ທິດ​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ຍາວ​ນານ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ-ຈີນ.
      ພິ​ທີ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ຈີ​ນ ຕາ​ມ​ພິ​ທີ​ການ​ສູງ​ສຸດ​ສະ​ຫງ​ວ​ນ​ໃຫ້​ແກ່​ປະ​ມຸກ​ລັດ.  ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ເປັ​ນ​ເຈົ້າ​ພາບ​ພິ​ທີ​ຕ້ອນ​ຮັບ. ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຈີນ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຂັ້ນ​ສູງ. 
      ຕອນ​ບ່າຍ​ວັນ​ດຽວ​ກັນ, ພາຍ​ຫລັງ​ສິ້ນ​ສຸດ​ການ​ເຈ​ລະ​ຈ​າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ ໄດ້​ເປັນ​ສັກ​ຂີ​ພີ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 15 ສະ​ບັບ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ. ໃນ​ນັ້ນ​ມ​ີ​ ຂ​ໍ້​ຕົກ​ລົງ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ພັກ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ກັບ​ສູນ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​​ລັດ​ຖະ​ບານ​ຈີນ, ວິ​ໄສ​ທັດ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຮອດ​ປີ 2025, ສັນ​ຍາ​ແມ່​ການ​ຮ່ວມ​ມື​ດ່ານ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ກົມ​ໃຫຍ່​ພາ​ສີ​ຈີນ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ໄລ​ຍະ 2017-2021 ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ, ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ລະ​ຫວ່າງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ກົນ​ຈີນ. 
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top