• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ

      ວັນທີ 23 ມັງກອນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານພັນເອກ Sergey Shoygu,  ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ
(ພາບ: TTXVN)
       ຍາມໃດຫວຽດນາມ ກໍ່ສະໜັບສະໜູນ ແລະ ປາດຖະໜາວ່າ ສະຫະພັນລັດເຊຍ ສວມບົດບາດໃຫຍ່ຫຼວງກວ່າອີກໃນພາກພື້ນອາຊີ - ປາຊີຟິກ ແລະ ຖືນີ້ແມ່ນປັດໃຈຕັ້ງໜ້າສຳລັບສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ, ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານລັດຖະມົນຕີ Sergey Shoygu ຈະປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ເລິກເຊິ່ງກວ່າອີກ, ພິເສດແມ່ນໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດ ແລະ ເຕັກນິກການທະຫານ.
      ສ່ວນທ່ານລັດຖະມົນຕີ Sergey Shoygu ເນັ້ນໜັກວ່າ, ສະຫະພັນລັດເຊຍ ຈະມານະພະຍາຍາມກວ່າອີກ ເພື່ອປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມໃນບັນດາຂົງເຂດ, ໂດຍສະເພາະແມ່ນການຮ່ວມມືປ້ອງກັນຊາດ ແລະ ເຕັກນິກການທະຫານ, ສ້າງການຫັນປ່ຽນຢ່າງແທດຈິງໃນການພົວພັນ 2 ຝ່າຍ.
  ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ກໍໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດມົງກົນ Miyegombo Enkhbold ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບມົງກົນ ແລະ ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນ 2 ປະເທດ. ພ້ອມທັງສະແດງຄວາມຫວັງວ່າ ຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນມົງກົນ, ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top