• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດລາວຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ທ່ານເລຂາທິການໃຫຍ່,ປະທານປະເທດລາວຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. 
ວັນທີ 14 ທັນວາ, ຕາມແຈ້ງການຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ຮູ້ວ່າ: ແຕ່ວັນທີ 19-21 ທັນວາ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມປະຕິບັດຕາມຄຳເຊີນຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ແລະ ທ່ານ ເຈີນດ້າຍກວາງ ປະທານປະເທດ ສສ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top