• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເຈືອງຮ່ວາບີງຮອງນາຍົກລັດຖະມົນຕີປະຈຳລັດຖະບານເຮັດວຽກກັບການນຳແຂວງກາເມົາ

      ວັນທີ 13 ມັງກອນ, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານເຈືອງຮ່ວາບີງ ຮອງນາຍົກລັດຖະມົນຕີປະຈຳລັດຖະບານ ເປັນຫົວຫນ້າຄະນະ ໄດ້ມີການເຮັດວຽກກັບການນຳແຂວງ ກາເມົາ ກ່ຽວກັບການພັດທະນາເສດຖະກິດ ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມຢູ່ບໍລິເວນ.
      ປີ 2017, ສະພາບການເສດຖະກິດສັງຄົມ ຂອງແຂວງ ກາເມົາ ບັນລຸໄດ້ບັນດາຜົນງານຕັ້ງຫນ້າ. ຍອດຜະລິດຕະພັນພາຍໃນແຂວງຄາດວ່າບັນລຸເກືອບ 38.000 ຕື້ດົງ ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີ 2016. ລາຍຮັບງົບປະມານແຫ່ງລັດບັນລຸເກືອບ 4.200 ຕື້ດົງ. ຜະລິດຕະພັນຂຸດຄົ້ນ ແລະ ລ້ຽງປູກສິນໃນນ້ຳ ແມ່ນທ່າແຮງເສດຖະກິດຂອງແຂວງ ຄາດວ່າ ບັນລຸ 530.000 ໂຕນ. ອັດຕາຄອບຄົວທຸກຍາກຫລຸດລົງຍັງເຫລືອພຽງ 5,9%.
      ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເຫນີ:
        “ສ້າງໂຄງປະກອບເສດຖະກິດຄືນໃຫມ່, ປ່ຽນໃຫມ່ຮູບແບບການເຕີບໂຕ ສູ້ຊົນສຳເລັດກາຍລະດັບຄາດໝາຍຫນ້າທີ່ວາງອອກໃຫ້ປີ 2018, ສ້າງພື້ນຖານໝັ້ນແກ່ນໃຫ້ຊຸມປີຕໍ່ໄປ. ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ມີບັນດາມາດຕະການບຸກທະລຸກວ່າອີກ, ສູ້ຊົນນຳແຂວງ ກາເມົາ ໃຫ້ພັດທະນາຢ່າງວ່ອງໄວ, ໝັ້ນຄົງ ກາຍເປັນແຂວງພັດທະນາສູງພໍສົມຄວນໃນເຂດ.”
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top