ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ລົງກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ແຂວງ ຫາຍເຢືອງ ແລະ ກວ໋າງນິງ

ສະກັດກັ້ນໂລກລະບາດຢູ່ ແຂວງ ຫາຍເຢືອງ (ພາບ:VGP)
ພາຍຫຼັງສຸມເຫື່ອເທແຮງຜັນຂະຫຍາຍຢ່າງຂ້ຽວຂາດເປັນເວລາ 4 ວັນ, ມາຮອດປັດຈຸບັນ, ສະພາບການໂລກລະບາດໂຄວິດ - 19 ຢູ່ນະຄອນ ຈີ໊ລິງ, ແຂວງຫາຍເຢືອງ ໄດ້ຮັບການຄວບຄຸມໂດຍພື້ນຖານ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ກໍຄ່ອຍໆຫຼຸດລົງ.
ເມື່ອລົງໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ ເທດສະບານ ດົງຈ່ຽວ, ແຂວງ ກວ໋າງນິງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ທີ່ໄດ້ຜັນຂະຫຍາຍບັນດາມາດຕະການຄົ້ນຫາປະຫວັດການເຄື່ອນໄຫວໄປ - ມາ, ຈຳກັດບໍລິເວນ ແລະ ແຍກຕົວ ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຊື່ອໝັ້ນວ່າ, ດ້ວຍການຜັນຂະຫຍາຍບັນດາມາດຕະການຢ່າງໄວວາ ແລະ ຂ້ຽວຂາດຢູ່ສອງທ້ອງຖິ່ນນັ້ນ, ແນ່ນອນວ່າໂລກລະບາດຈະໄດ້ຮັບການຄວບຄຸມໂດຍພື້ນຖານກ່ອນບຸນປີໃໝ່ປະຈຳຊາດ ປີ 2021.ຕອນເຊົ້າວັນທີ 1 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 2 ຄົນ ໃນຊຸມຊົນ ຢູ່ຮ່າໂນ້ຍ. ປັດຈຸບັນ, ເຂົາເຈົ້າພວມປະຕິບັດການແຍກຕົວ ແລະ ປິ່ນປົ່ວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ (ຮ່າໂນ້ຍ).
(ແຫຼ່ງຄັດຈາກ VOV)